ສຳນັກງານ ກສທຊ. ລາຍງານສະພາບຕະຫລາດດິຈິຕໍທີວິມີສັນຍານທີ່ດີ ສັດສ່ວນຜູ້ຊົມຊ່ອງດິຈິຕໍທີວິຂະຫຍັບເຂົ້າໃກ້ຊ່ອງເດິມ ລາຍການກິລາດັນເລດຕິ້ງຊ່ອງໃຫມ່ພຸ່ງລວດ

ສຳນັກງານຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ສຳນັກງານ ກສທຊ.)ລາຍງານຂໍ້ມູນສະພາບຕະຫລາດກິດຈະການ ໂທລະທັດພາກພື້ນດິນໃນລະບົບດິຈິຕໍ(ດິຈິຕໍທີວີ)ເດືອນມີນາ 2016 ວ່າຈົນຖືງວັນທີ 15 ມິຖຸຸນາ 2016 ສັດສ່ວນຜູ້ຊົມທີວິດິຈິຕໍເລີ່ມຂະຫຍັບເຂົ້າໃກ້ຜູ້ຊົມຊ່ອງລາຍການເດິມ ຄື ຊ່ອງ3, 5, 7, 9, NBT ແລະ ThaiPBS ໂດຍສັດສ່ວນຜູ້ຊົມທີວີດິຈິຕໍຂື້ນມາຢູ່ທີ່ 46.29% ແລະຜູ້ຊົມຊ່ອງລາຍການເດີມຢູ່ທີ່ 53.71%ສະທ້ອນໃຫ້ເຫັນວ່າປະຊາຊົນເລີ່ມຫັນມາດິຈິຕໍທີວິຊື່ງເປັນຊ່ອງໃຫມ່ຫລາຍຂື້ນເກືອບຈະເທົ່າຊ່ອງເດິມ

ທັງນີ້ໃນເດືອນ ມິຖຸນາ ໄດ້ມີການແຂ່ງຂັນກິລາຈາກໃນປະເທດແລະຕ່າງປະເທດຊື່ງເປັນທີ່ນິຍົມຂອງຜູ້ຮັບຊົມ ໂດຍຊ່ອງລາຍການຕ່າງໆໄດ້ມີການຊື້ລະຂະສິດການຖ່າຍທອດສົດການແຂ່ງຂັນກິລາເພື່ອໃຫ້ຜູ້ຊົມໄດ້ຮັບຊົມພົບວ່າປະຊາຊົນຍັງຄົງມີຄວາມນິຍົມຕໍ່ການຮັບຊົມລາຍການໂທລະທັດປະເພດການແຂ່ງຂັນກິລາເປັນຈຳນວນຫລາຍ ບໍ່ວ່າຈະເປັນການອອກອາກາດທາງຊ່ອງລາຍການເດິມຫລືຊ່ອງລາຍການ

ໃຫມ່ເຊັ່ນການຖ່າຍທອດສົດການແຂ່ງຂັນບານເຕະຄິງຄັບລະຫວ່າງໄທກັບຊີເຣຍ ອອກອາກາດຊ່ອງໄທຣັດທີວີ ເຮັດຄ່າຄວາມນິຍົມ(ເຣດຕິ້ງ)ສູງສຸດຖືງ6.072ຊື່ງການຖ່າຍທອດສົດບານເຕະຄິງຄັບຄັ້ງນີ້ເຮັດໃຫ້ອັນດັບຄວາມນິຍົມຂອງຊ່ອງໄທຣັດທີວີເພີ່ມຂື້ນຈາກອັນດັບ10ໃນເດືອນ ພືດສະພາ ຂື້ນມາຢູ່ອັນດັບ 7 ໃນເດືອນ ມິຖຸນາ

ນອກຈາກນີ້ ການຖ່າຍທອດສົົດການແຂ່ງຂັນຕີບານໂອລິມປິກ 2016 ທາງຊ່ອງ Workpointໃນເດືອນ ພືດສະພາ ທີ່ຜ່ານມາກໍ່ເຮັດໃຫ້ເຣດຕິ້ງຂອງຊ່ອງເພີ່ມຂື້ນຢ່າງເຫັນໄດ້ຊັດ ເມື່ອທຽບກັບຊ່ວງເດືອນກ່ອນແລະຫລັງທີ່ມີການຖ່າຍທອດສົດການແຂ່ງຂັນຕີບານໂອລິມປິກ 2016 ໂດຍຄູ່ການແຂ່ງຂັນທີ່ເຮັດໃຫ້ເຣດຕິ້ງຂອງຊ່ອງ Workpointສູງສຸດເປັນຄູ່ຂອງໄທກັບຍີ່ປຸ່ນ ເຣດຕິ້ງຂື້ນມາທີ່7.625 ແລະຄູ່ໄທກັບເປຣູ ເຣດຕິ້ງຂື້ນມາຢູ່ທີ່ 7.513

ສຳຫລັບເຣດຕິ້ງທີ່ເພີ່ມຂື້ນນັ້ນ ກໍ່ມີຄວາມເປັນໄປໄດ້ວ່າທິດທາງຈາກນີ້ຊ່ອງດິຈິຕໍທີວີຈະຫັນມາຖ່າຍທອດສົດກີລາແລະຊື້ລິຂະສິດກິລາຕ່າງໆເພື່ອອອກອາກາດຫລາຍຂື້ນ ຊື່ງກໍລະນີນອງໂອລິມປິກກໍ່ຫນ້າຈະເຮັດໃຫ້ເຣດຕິ້ງແຕ່ລະຊ່ອງຂະຫຍັບສູງຂື້ນ ລາຍໄດ້ຄ່າໂຄສະນາທີ່ຈະເຂົ້າສູ່ຊ່ອງຕ່າງໆກໍ່ຫນ້າຈະເພີ່ມຂື້ນດ້ວຍ

ດ້ານມູນຄ່າລວມຈາກການໂຄສະນາດິຈິຕໍທີວີເດືອນ ພືດສະພາ 2016 ຢູ່ທີ່1,696 ລ້ານບາດແລະຊ່ອງເດີມຢູ່ທີ່ 4,640 ລ້ານບາດລວມເປັນ6,336 ລ້ານບາດ ຄິດເປັນມູນຄ່າໂຄສະນາລວມທີ່ເພີ່ມຂື້ນຈາກເດືອນກ່ອນ 3%

ສ້າງຕັ້ງຂື້ນໂດຍ  -   (24/5/2017 17:51:19)

Download

Page views: 492