ສຳນັກງານ ກສທຊ.ໂຊນະວັດຕະກຳສື່ສານ ຫນຸນປະເທດສູ່ຍຸກເສດຖະກິດດິຈິຕໍ

ເລີ່ມແລ້ວ ງານວັນສື່ສານແຫ່ງຊາດ NET2015ສຳນັກງານ ກສທຊ.ຫນຸນປະເທດສູ່ຍຸກເສດຖະກິດດິຈິຕໍ ດັນການລົງທືນທຸລະກິດກະຈາຍສຽງ ໂທະລະທັດແລະໂທລະຄົມມະນາຄົມ ຈັບມືເອກະຊົນໂຊນະວັດຕະກຳສື່ສານຄັ້ງຍິ່ງໃຫຍ່
6-9ສິງຫາ ທີ່ສູນການປະຊຸມແຫ່ງຊາດສິຣິກິດ

ພລ.ອ.ອ.ທະເຣດ ປຸນນະສີ ປະທານກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ສຳນັກງານ ກສທຊ.)ກ່າວວ່າ ທີ່ຜ່ານມາສຳນັກງານ ກສທຊ.ໄດ້ວາງໂຄງ້ສ້າງພື້ນຖານທັງດ້ານກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ຊື່ງຊ່ວຍຜັກດັນເສດຖະກິດໃນປະເທດໃຫ້ເຕິບໃຫຍ່ຈາກການລົງທືນໂຄ້ງສ້າງພື້ນຖານໃນທຸລະກິດກະຈາຍສຽງ ໂທລະທັດແລະໂທລະຄົມມະນາຄົມ ເກີດການນຳເທັກໂນໂລຊີດ້ານການສື່ສານໃຫມ່ໆເຂົ້າມາໃຊ້ໃນປະເທດເພື່ອກຽມຄວາມພ້ອມໃຫ້ໄທກ້າວເຂົ້າສູ່ຍຸກເສດຖະກິດດິຈິຕໍ

ການຈັດງານວັນສື່ສານແຫ່ງຊາດປະຈຳປີນີ້ ສຳນັກງານ ກສທຊ.ມີຈຸດມຸ້ງຫມາຍສະແດງໃຫ້ເຫັນສັກຂະຍະພາບຂອງເທັກໂນໂລຊີການສື່ສານຊື່ງມີບົດບາດສຳຄັນໃນການເສີມສ້າງໂອກາດແລະຂັບເຄື່ອນການເຕີບໃຫຍ່ທາງເສດຖະກິດແລະສັງຄົມຂອງປະເທດ

ພາຍໃນງານຕະຫລອດ 4 ມື້ ນອກຈາກມີການຈັດສະແດງນິເທດສະການວັນນະກຳຕ່າງໆ ຍັງມີເວທີເສວະນາທີ່ຫນ້າສົນໃຈ ໂດຍສຳນັກງານ ກສທຊ.ໄດ້ຮັບກຽດຈາກວິທະຍາກອນທັງໃນແລະຕ່າງປະເທດ ຊື່ງຢູ່ໃນແວດວົງກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມຮ່ວມສະແດງວິໄສທັດໃນວົງເສວະນາ ອາທິເຊັ່ນ:ຫົົວຂ້ໍ“Digital Technology – Global Outreach”, “Traditional TV vs. Alternative Screen: Challenges and Opportunities”, “Telecommunication enables “Digital disruptive” a new wave challenging all industries” ແລະ “Delivery Technologies and Business Models for Mobile Television Service”ຊື່ງຖືເປັນການເສີມຄວາມແຂງແກ່ງແລະເປີດໂລກກະທັດໃຫມ່ໆໃຫ້ກັບຜູ້ປະກອບການໄທ

ທ່ານທ່ານ ຖາກອນ ຕັນທະສິດ ເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດກ່າວວ່າ ເພື່ອເປັນການສານຕໍ່ເຈດຕະນາລົມລັດຖະບານແລະຂານຮັບນະໂຍບາຍເສດຖະກິດດິຈິຕໍ ສຳນັກງານ ກສທຊ.ໃນຖານະຫນ່ວຍງານຫລັກດຳເນີນການຈັດສັນຄື່ນຄວາມຖີ່ ການອານຸຍາດແລະການກຳກັບເບິ່ງແຍງການປະກອບກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມຂອງປະເທດໄທ ຈື່ງກຳຫນົດຈັດງານວັນສື່ສານແຫ່ງຊາດຂື້ນໃນວັນທີ6-9 ສິງຫາ 2015 ທີ່ສູນປະຊຸມແຫ່ງຊາດສິຣິກິດ ພາຍໃຕ້ຊື່ງານ“NBTC EXPO THAILAND 2015 (NET 2015)” ໃນແນວຄິດ“Future Trend in Digital World” ໂດຍມີໂຊນການສະແດງນິເທດສະການຕ່າງໆສະແດງໃຫ້ເຫັນຖືງສັກຂະຍະພາບຂອງເທັກໂນໂລຊີແລະນະວັດຕະກຳດ້ານການສື່ສານຂອງໄທໄດ້ແກ່1.ເສດຖະກິດດິຈິຕໍ Digital Economyເປັນນິເທດສະການທີ່ນຳສະເຫນີນະໂຍບາຍແລະໂຄງການລິເລີ່ມຂອງຫນ່ວຍງານພາກລັດສູ່ການເປັນສັງຄົມເສດຖະກິດດິຈິຕໍ 2.ຊຸມຊົນດິຈິຕໍ Digital Communityນິເທດສະການທີ່ສາຍພາບເທັກໂນໂລຊີໂລກອານາຄົດແລະຊີວີດສະໄຫມໃຫມ່ ທີ່ຈັດໂດຍພາກທຸລະກິດເອກກະຊົນ 3.ໂລກເຄື່ອນທີ່ Mobile Worldນິເທດສະການແລະງານສະແດງສິນຄ້າດ້ານວັດຕະກຳໂທລະສັບມືຖືແລະຍ່ານຄວາມຖີ່ທີ່ຈະຖືກຈັດສັນກັບລະບົບ4G ແລະ 5G ໃນອານາຄົດ4.ບັນເທີງລ້ຳຍຸກSmart Entertainmentນຳສະເຫນີສິນຄ້ານະວັດຕະກຳຄວາມບັນເທິງໃນຍຸກດິຈິຕໍແລະອຸປະກອນຕ່າງໆສຳຫລັບແພ່ພາບແລະສຽງລະບົບດິຈິຕໍແລະ5.ຄວາມປອດໄພໃນໂລກໄຊເບີ້ Cyber Securityນິເທດສະການສ້າງການຕະຫນັກຮູ້ຖືງໄພຄຸກຄາມຈາກຊ່ອງທາງດິຈິຕໍແລະວິທີການປ້ອງກັນແລະຮັບມືກັບໄພຄຸກຄາມດັ່ງກ່າວ

ທັງນີ້ຜູ້ສົນໃຈສາມາດເຂົ້າຮ່ວມງານສຳມະນາດັ່ງກ່າວໄດ້ລະຫວ່າງວັນທີ 6-9 ສິງຫາ 2015
ເວລາ10.00-19.00ນ.ທີ່ຫ້ອງເພນາຣີ ຮໍ ສູນການປະຊຸມແຫ່ງຊາດສິຣິກິດ

Download

ສ້າງຕັ້ງຂື້ນໂດຍ  -   (24/5/2017 20:06:48)

Download

Page views: 791