“ສຳນັກງານ ກສທຊ.ລາຍງານສະພາບຕະຫລາດດິຈິຕໍທີວີເດືອນທັນວາ 2015 ພົບສັດສ່ວນມູນຄ່າການລົງໂຄສະນາໃນປີ 2015 ຂອງທິວີດິຈິຕໍຊ່ອງໃຫມ່ 21 ຊ່ອງ ມີສັດສ່ວນເພີ່ມຂື້ນ67.96% ຊ່ອງຟຣີທີວີເພີມລົດລົງ 12.87% ສ່ວນເມື່ອປຽບທຽບກັບປີ 2014

ທ່ານ ຖາກອນ ຕັນທະສິດ ເລຂາທິການຄະນກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ເລຂາທິການ ກສທຊ.)ເປີດເຜີຍວ່າ ຈາກລາຍງານຂໍ້ມູນສະພາບຕະຫລາດດິຈິຕໍການໂທລະສັບພາກພື້ນດິນໃນລະບົບດິຈິຕໍ ເດືອນສິງຫາ 2015 ຂອງສຳນັກນະໂຍບາຍແລະວິຊາການກະຈາຍສຽງແລະໂທລະທັດ ສຳນັກງານຄະນະກຳມະການກິດຈະການກະຈາຍສຽງກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ສຳນັກງານ ກສທຊ.)ພົບວ່າ ມູນຄ່າຕະຫລາດກິດຈະການໂທລະທັດພາກພື້ນດິນໃນລະບົບດິຈິຕໍໃນປີ2015 1(ເດືອນ ມັງກອນ ຖືງ ພະຈິກ)ຊ່ອງລາຍການເດີມແລະຊ່ອງລາຍການໃຫມ່ມີມູນຄ່າລວມຢູ່ທີ່72,587ລ້ານບາດແບ່ງເປັນມູນຄ່າຂອງກຸ່ມຊ່ອງລາຍການເດີມ53,175ລ້ານບາດ ແລະຊ່ອງລາຍການໃຫມ່19,412ລ້ານບາດຊື່ງສັດສ່ວນຂອງມູນຄ່າຊ່ອງລາຍການເກົ່າແລະຊ່ອງລາຍການໃຫມ່ຄິດເປັນຮ້ອຍລະ73.26 ແລະ 26.74 ຂອງມູນຄ່າຕະຫລາດທັງຫມົດຕາມລຳດັບ ຊື່ງເມື່ອປຽບທຽບກັບເດືອນດຽວກັນຂອງປີກ່ອນຫນ້າ(ພະຈິກ 2014)ມູນຄ່າຂອງກຸ່ມຊ່ອງລາຍການເດີມລົດລົງຮ້ອຍລະ 8.17ຂະນະທີ່ຊ່ອງລາຍການໃຫມ່ເພີ່ມຂື້ນຮ້ອຍລະ28.22ທັງນີ້ແມ້ວ່າມູນຄ່າໂຄສະນາໃນພາບລວມຈະມີແນວໂນ້ມລົດລົງຈາກເດືອນດຽວກັນຂອງປີທີ່ຜ່ານມາຈາກສະພາບເສດຖະກິດທີ່ຖົດຖອຍ ແຕ່ພົບວ່າສັດສ່ວນມູນຄ່າຂອງການລົງໂຄສະນາໃນຊ່ອງລາຍການໃຫມ່ຂອງປີ 2015 ມີສັດສ່ວນເພີ່ມຂື້ນຖືງ67.96%ເມື່ອທຽບກັບປີ 2014 ຊື່ງເປັນຜົນຈາກການຕອບຮັບທີ່ດີຂື້ນຂອງປະຊາຊົນໃນການຮັບຊົມໂທລະທັດຜ່ານຊ່ອງດິຈິຕໍທີວີເພີ່ມຂື້ນ ຊື່ງໄດ້ສົ່ງຜົນໃຫ້ເມັດເງີນໃນການລົງໂຄສະນາຂອງຊ່ອງດິຈິຕໍທີວີເພີ່ມຂື້ນ ຂະນະທີ່ຊ່ອງຟຣີທີວິ 6 ຊ່ອງເດີມ ມີສັດສ່ວນລົດລົງ12.87%ເມື່ອທຽບກັບປີ 2014

ທັງນີ້ໃນສ່ວນຂອງການຮັບຊົມລາຍການພົບວ່າ ຄ່າຄວາມນິຍົມ(ເຣດຕິ້ງ)ຊ່ອງລາຍການຟຣີທີວີໃນລະບົບດິຈິຕໍເດືອນທັນວາ 2015 ໄດ້ແກ່ ຊ່ອງ 5 ເຣດຕິ້ງ 0.071, ຊ່ອງ NBT ເຣດຕິ້ງ 0.046, ຊ່ອງໄທພິບີເອັດສ໌ເຣດຕິ້ງ 0.122, ຊ່ອງໂທລະທັດລັດຖະສະພາເຣດຕິ້ງ 0.001, ຊ່ອງ3FAMILY ເຣດຕິ້ງ 0.132, ຊ່ອງ MCOT KIDS & FAMILY ເຣດຕິ້ງ 0.029, ຊ່ອງ MVTV FAMILY ເຣດຕິ້ງ 0.000, ຊ່ອງ TNN24 ເຣດຕິ້ງ 0.051, ຊ່ອງ THAI TV ເຣດຕິ້ງ 0.000, ຊ່ອງ NEW TV ເຣດຕິ້ງ 0.060, ຊ່ອງ SPRING NEWS ເຣດຕິ້ງ 0.050, ຊ່ອງ BRIGHT TV ເຣດຕິ້ງ 0.025, ຊ່ອງ VOICE TV ເຣດຕິ້ງ 0.022, ຊ່ອງ NATION ເຣດຕິ້ງ 0.057,ຊ່ອງWORKPOINT TV ເຣດຕິ້ງ 0.590, ຊ່ອງ TRUE4U ເຣດຕິ້ງ 0.134, ຊ່ອງ GMM CHANNEL ເຣດຕິ້ງ 0.076, ຊ່ອງ NOW TV ເຣດຕິ້ງ 0.061, ຊ່ອງCH8 ເຣດຕິ້ງ 0.449, ຊ່ອງ 3SD ເຣດຕິ້ງ 0.220, ຊ່ອງ MONO 29 ເຣດຕິ້ງ 0.373, ຊ່ອງ MCOT HD ເຣດຕິ້ງ 0.183, ຊ່ອງ ONE HD ເຣດຕິ້ງ 0.246, ຊ່ອງ THAIRATH TV ເຣດຕິ້ງ 0.120,ຊ່ອງ3 HD ເຣດຕິ້ງ 1.876, ຊ່ອງAMARIN TV ເຣດຕິ້ງ 0.072, ຊ່ອງ 7 HD ເຣດຕິ້ງ 2.305 ແລະຊ່ອງ PPTV ເຣດຕິ້ງ 0.081

ທ່ານ ຖາກອນ ຕັນທະສິດ ກ່າວວ່າ ສຳຫລັບໃນສ່ວນຂອງຊ່ອງລາຍການໃຫມ່ພົບວ່າ ເຣດຕິ້ງຍັງບໍ່ສູງຫລາຍ ແຕ່ກໍ່ກຳລັງມີພັດທະນາການທີ່ເພີ່ມຂື້ນເປັນລຳດັບ ທັງນີ້ ເຣດຕິ້ງຈະເພີ່ມຂື້ນສູງຢ່າງເຫັນໄດ້ຊັດໃນລາຍການປະເພດກິລາ ທີ່ມີການຖ່າຍທອດສົດການແຂ່ງຂັນກິລາຕ່າງໆໂດຍສະເພາະບານເຕະແລະມວຍໄທ ນອກຈາກນີ້ ລາຍການປະເພດການແຂ່ງຂັນສະແດງຄວາມສາມາດຢ່າງລາຍການຊິງຊ້າສະຫວັນ  ໄມທອງທຳ ກໍ່ເປັນລາຍການທີ່ໄດ້ຮັບຄວາມນິຍົມຈາກຜູ້ຊົມຂ້ອນຂ້າງສູງ ຊື່ງອາດເນື່ອງມາຈາກເປັນລາຍການທີ່ເຄີຍໂດ່ງດັງຈາການອອກອາກາດໃນຊ່ອງຟຣີທີວີເດີມມາກ່ອນ

 

ສ້າງຕັ້ງຂື້ນໂດຍ  -   (24/5/2017 23:16:18)

Download

Page views: 599