Banner

ພົນເອກຊູຊາດ ພົມພະສິດ

ພົນເອກຊູຊາດ ພົມພະສິດ

ປະທານກຳມະການກິດຈະການໂທລະຄົມມະນາຄົມແຫ່ງຊາດ

ການສືກສາ
  • ໂຮງຮຽນສຸລາດທານີ (ປີ 1952-1957)
  • ໂຮງຮຽນກຽມທະຫານ(ປີ 1958-1960)
  • ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ (ປີ 1960-1966)
  • ໂຮງຮຽນເສນາທິການທະຫານບົກ ຫລັກສູດຫລັກປະຈຳ ຊຸດທີ 53 (ປີ 1973-1974)
  • ວິທະຍາໄລປ້ອງກັນຣາດຊະອານາຈັກລຸ້ນທີ 37 (ປີ 1994-1995)
  • ນິຕິສາດບັນດິດມະຫາວິທະຍາໄລສຸໂຂໄທທຳມາທິລາດ (ປີ 1987)
  • ໂຮງຮຽນທະຫານສື່ສານສະຫະລັດອາເມລິກາ ຫລັກສູດນາຍທະຫານສື່ສານຊັ້ນນາຍພັນ (ປີ 1971-1972)
ປະຫວັດການເຮັດວຽກ
ຕຳແຫນ່ງຮັບຣາດຊະການ
  • ຜູ້ບັງຄັບກອງພັນທະຫານສື່ສານ ກອງພົນທີ 1 ຣັກສາພະອົງ (ປີ 1979)
  • ຝ່າຍເສນາທິການປະຈຳຜູ້ບັງຄັບບັນຊາ (ປີ 1982)
  • ຜູ້ອຳນວຍການກອງກຳລັງພົນທະຫານບົກ (ປີ 1989)
  • ຜູ້ຊ່ວຍເຈົ້າກົມສານບັນທະຫານ ກອງບັນຊາການທະຫານສູງສຸດ(ປີ 1991)
  • ຮອງເຈົ້າກົມສາລະບັນທະຫານ ກອງບັນຊາການທະຫານສູງສຸດ(ປີ 1995)
  • ຫົວຫນ້າຝ່າຍເສນາທິການ ປະຈຳເສນາທິການທະຫານ(ປີ 1996)
  • ເຈົ້າກົມການສື່ສານທະຫານ ກອງບັນຊາການທະຫານສູງສຸດ(ປີ 1998)
  • ຫົວຫນ້າຝ່າຍເສນາທິການປະຈຳ ຜູ້ບັນຊາການທະຫານສູງສຸດ (ປີ 2000)
ຕຸລາການສານທະຫານ
  • ຕຸລາການສານທະຫານກຸງເທບ(ປີ 1996)
  • ຕຸລາການສານທະຫານກາງ (ປີ 1997)
  • ຕຸລາການສານທະຫານສຸງສຸດ(ປີ 2001)
ກຳມະການລັດວິສາຫະກິດ
  • ຮອງປະທານກຳມະການ ອົງການໂທລະສັບແຫ່ງປະເທດໄທ(ປີ 2001-2002)
  • ຣາດຊະອົງຄະລັກແລະນາຍທະຫານພິເສດ
  • ຣາດຊະອົງຄະລັກເວນ(ປີ 1991-2000)
  • ນາຍທະຫານພິເສດປະຈຳກອງພັນທະຫານສື່ສານທີ 1 ຣັກສາພະອົງ(ປີ 1995)
  • ນາຍທະານພິເສດປະຈຳກົມນັກຮຽນນາຍຮ້ອຍຣັັກສາພະອົງ ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ (ປີ 2000)
ຣາດຊະອົງຄະລັກພິເສດ (ປີ 2000)
  • ນາຍທະຫານພິເສດ ປະຈຳກອງພັນທະຫານສື່ສານທີ 1 ຣັກສາພະອົງ (ປີ 1995)
  • ນາຍທະຫານພິເສດປະຈຳກົມນັກຮຽນນາຍຮ້ອຍຣັກສາພະອົງໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ(ປີ 2000)
  • ຣາດຊະອົງຄະລັກພິເສດ (ປີ 2000)
ເຄື່ອງຣາດສະອິສະຣິຍາພອນ
  • ເບນຈະມາພອນຊ້າງເຜືອກ (ບ.ຊ) ປີ 1972
  • ຈັດຕຸລະຖາພອນມົງກຸດໄທ (ຈ.ມ) ປີ 1974
  • ຈັດຕຸລະຖາພອນຊ້າງເຜືອກ (ຈ.ຊ)ປີ 1977
  • ຕຣິຕາພອນມົງກຸດໄທ  (ຕ.ມ)ປີ 1980
  • ຕຣິຕາພອນຊ້າງເຜືອກ (ຕ.ຊ)ປີ 1983
  • ທະວີຕິຍາພອນຊ້າງເຜືອກ(ທ.ມ) ປີ 1985
  • ທະວີຕິຍາພອນຊ້າງເຜືອກປີ (ທ.ຊ)1987
  • ປະຖະມາພອນມົງກຸດໄທປີ(ປ.ມ) 1991
  • ປະຖະມາພອນຊ້າງເຜືອກປີ(ປ.ຊ) 1994
  • ມະຫາວັດຊິຣະມົງກຸດປີ(ມ.ວ.ມ) 1997
  • ມະຫາປະຣະມາພອນຊ້າງເຜືອກປີ(ມ.ປ.ຊ.) 2000
ຫລຽນຣາດຊະອິຊະຣິຍາພອນ
  • ຫລຽນໄຊສະຫມໍລະພູມ(ກໍລະນີຫວຽດນາມ)ປີ 1971
  • ຫລຽນພິທັກເສລີຊົນ ຊັ້ນ 2 ປະເພດ ປີ 1978
  • ຫລຽນຣາດຊະການຊາຍແດນປີ 1983
ຫລຽນຕຣາຕ່າງປະເທດ
  • THE ARMY COMENDATION MEDAL, U.S.A.ປີ 1978
ວິໄສທັດ
          ແນວຄິດທີ່ຈະສະເຫນີຕໍ່ໄປນີ້ເປັນແນວຄິດທີ່ສອດຄ່ອງກັບອຳນາດຫນ້າທີ່ຂອງ ກທຊ.ຊື່ງເປັນອົງການກິດຈະການໂທລະຄົມມະນາຄົມຕາມພະຣາດບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະກິດຈະການໂທລະຄົມມນາຄົມ ປີ 2000 ຊື່ງໄດ້ກາໄວ້ໃນມາດຕາ 51 ໃນການບໍລິຫານກິດຈະການໂທລະຄົມມະນາຄົມ ຈະຕ້ອງຄອບຄຸມທຸກດ້ານ ຊື່ງແຜນນີ່້ຈະຕ້ອງປະກອບໄປດ້ວຍສາລະ ສຳຄັນ ດັ່ງຕໍ່ໄປນີ້
  • ວັດຖຸປະສົງຂອງແຜນ ຕະຫລອດຈົນຫົວຂໍ້ກິດຈະການທີ່ສຳຄັນໆ ໃຫ້ຜູ້ທີ່ກ່ຽວຂ້ອງໄດ້ຮູ້ແລະນຳໄປປະຕິບັດເພື່ອໃຫ້ເກີດປະໂຫຍດສອດຄ່ອງກັບແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ
  • ເພື່ອໃຫ້ມີການປະສານງານເຊີງບໍລິຫານ ເພື່ອນຳໄປສູ່ຄວາມສຳເລັດອັນດີຍິ່ງ ທັງໃນພາກເສດຖະກິດ ການເມືອງ ແລະຄວາມຫມັ້ນຄົງຂອງປະເທດ
  • ເພື່ອສະເຫນີແນວຄວາມຄິດທີ່ຈະວາງຮາກຖານໃນການພັດທະນາກິດຈະການໂທລະຄົມມະນາຄົມແລະເຕັກໂນໂລຊີສາລະສົນເທດແລະຄອມພິວເຕີ້ໃຫ້ເປັນເສດຖະກິດຫລັກຂອງປະເທດ
ສຳລັບສາລະສຳຄັນອີກອັນຫນື່ງ ຄື ເປົ້າຫມາຍໃນການບໍລິຫານກິດຈະການໂທລະຄົມມະນາຄົມ
  • ໃຫ້ມີປະລິມານບໍລິການໂທລະຄົມມະນາຄົມປະເພດຕ່າງໆ ທີ່ທັນສະໄຫມຕາມການພັດທະນາເຕັກໂນໂລຊີ ໂດຍສະເພາະຢ່າງຍິ່ງຈະເນັ້ນການກະຈາຍໃຫ້ທົ່ວຖືງທຸກພື້ນທີ່ໃນໄລຍະເວລາອັນວ່ອງໄວ ແລະສະດວກຕໍ່ຜູ້ໃຊ້ບໍລິການ
  • ຄຸ້ມຄອງຜູ້ບໍລິໂພກໃຫ້ໄດ້ຮັບບໍລິການທີ່ມີຄຸນນະພາບສູງໃນລະດັບມາດຕະຖານສາກົນ ເຊື່ອມຕໍ່ປະສານກັນເປັນລະບົບດຽວກັນທົ່ວະເທດ
  • ການຈັດເຮັດໂຄງສ້າງອັດຕາຄ່າບໍລິການໃຫ້ເຫມາະສົມແລະເປັນທຳ ທັງແກ່ຜູ້ໃຊ້ບໍລິການແລະຜູ້ໃຫ້ບໍລິການ ຕະຫລອດຈົນກຳຫນົດອັດຕາການເຊື່ອມຕໍ່ໂຄງຂ່າຍໂທລະຄົມມະນາຄົມລະຫວ່າງຜູ້ໃຊ້ບໍລິການ
  • ການຈັດແຜນບໍລິຫານຄື່ນຄວາມຖີ່ຕາມຫລັກສາກົນ ເພື່ອໃຫ້ການໃຊ້ຄວາມຖີ່ມີປະໂຫຍດສູງສຸດຕໍ່ສ່ວນລວມ
  • ຈັດເຮັດແຜນກຳຫນົດມາດຕະຖານແລະຄຸນນະພາບການສື່ສານໃຫ້ໄດ້ມາດຕະຖານສາກົນ  ກັບທັງກຳຫນົດເລກຫມາຍໄລຍະຍາວຂອງປະເທດ ສະຫນັບສະຫນຸນແລະສົ່ງເສີມໃຫ້ມີການພັດທະນາບຸກຄະລາກອນ ທັງດ້ານເຕັກໂນໂລຊີສາລະສົນເທດແລະຄອມພິວເຕີ້ໃຫ້ມີປະລິມານແລະຄຸນນະພາບສູງພຽງພໍ
  • ໃຫ້ມີການວິໄຈພັດທະນາເຕັກໂນໂລຊີໂທລະຄົມມະນາຄົມ ອຸດສາຫະກຳໂທລະຄົມມະນາຄົມແລະອຸດສາຫະກຳຕໍ່ເນື່ອງ
  • ໃຫ້ມີການໃຊ້ຊັບພະຍາກອນເພື່ອການພັດທະນາກິດຈະການໂທລະຄົມມະນາຄົມຢ່າງມີປະສິດທິພາບແລະຫລີກລ່ຽງການລົງທືນທີ່ຊ້ຳຊ້ອນບໍ່ຈຳເປັນ
  • ເປີດເສລີທຸລະກິດໂທລະຄົມມະນາຄົມ ແລະໃຫ້ມີການແຂ່ງຂັນຢ່າງເປັນທຳ
  • ພັດທະນາກົດຫມາຍກ່ຽວກັບກິດຈະການໂທລະຄົມມະນາຄົມແລະເຕັກໂນໂລຊີສາລະສົນເທດໃຫ້ເອື້ອຍອຳນວຍຕໍ່ຜູ້ໃຫ້ບໍລິການທີ່ຈະສາມາດດຳເນີນທຸລະກິດໄດ້ຢ່າງມີປະສິດທິພາບ
  • ເພີ່ມຄວາມສາມາດໃນການພັດທະນາກິດຈະການໂທລະຄົມມະນາຄົມຂອງປະເທດ  ສຳລັບຂະບວການຂັ້ນຕອນການປະຕິບັດແລະການຕັດສິນແລະພິຈາລະນາ ກຳຫນົດ ເງື່ອນໄຂຕ່າງໆ  ຂອງຄະນະກຳມະການກິດຈະການໂທລະຄົມມະນາຄົມແຫ່ງຊາດ


 

ສ້າງຕັ້ງຂື້ນໂດຍ  -   (12/7/2019 10:40:08)