Banner

ສາຍງານກິດຈະການກະຈາຍສຽງ

ສຳນັກອຳນວຍການສາຍງານກິດຈະການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດງານທີ່ກ່ຽວກັບການຈັດເຮັດແຜນແມ່ບົດ ແຜນກົນລະຍຸດແລະແຜນອື່ນໆໃນກິດຈະການກະຈາຍສຽງແລະໂທລະທັດ ຕິດຕາມປະເມີນຜົນການດຳເນີນວຽກຕາມແຜນ ປະສານແລະສະຫນັບສະຫນຸນການດຳເນີນວຽກດ້ານການບໍລິຫານວຽກທົ່ວໄປຂອງສ່ວນວຽກພາຍໃນສາຍງານກິດຈະການກະຈາຍສຽງແລະໂທລະທັດໃນດ້ານງົບປະມານຊັບພະຍາກອນບຸກຄົນ ພັດສະດຸ ສາລະບັນ ເທັກໂນໂລຊີສາລະສົນເທດ ປະຊາສຳພັນ ຕາມກົດຫມາຍທີ່ ກສທຊ.ຫລືສຳນັກງານ ກສທຊ.ກຳຫນົດ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກນະໂຍບາຍແລະວິຊາການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກດ້ານນະໂຍບາຍ ວິຊາການ ວຽກວິໄຈ ແລະຈັດເຮັດຂໍ້ວິເຄາະໃນກິດຈະການກະຈາຍສຽງແລະໂທລະທັດປະສານງານໃຫ້ຜູ້ປະກອບການປະຕິບັດຕາມຫລັກເກນກ່ຽວກັບການໃຫ້ບໍລິການໂທລະທັດທີ່ເປັນການທົ່ວໄປ ໃຫ້ຂໍ້ຄິດເຫັນແລະຂໍ້ສະເຫນີແນະດ້ານນະໂຍບາຍແລະວິຊາການ ປະສານງານກັບຫນ່ວຍງານລະຫວ່າງປະເທດໃນກິດຈະການກະຈາຍສຽງແລະໂທລະທັດ ຈັດເຮັດຂໍ້ມູນແລະສາລະສົນເທດກິດຈະການກະຈາຍສຽງແລະໂທລະທັດເພື່ອການບໍລິການ ລວມທັງເຜີຍແຜ່ແລະຈັດເຮັດລາຍງານຜົນການດຳເນີນວຽກປະຈຳປີຂອງ ກສທ.ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກຄ່າທຳນຽມແລະອັດຕາຄ່າບໍລິການໃນກິດຈະການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການກຳຫນົດຫລັກເກນ ແລະດຳເນີນການດ້ານຄ່າທຳນຽມການລົດຫຍ່ອນຫລືຍົກເວັ້ນຄ່າທຳນຽມໃບອານຸຍາດປະກອບກິດຈະການ ກຳກັບເບິ່ງແຍງອັດຕາຄ່າບໍລິການ ໃນກິດຈະການກະຈາຍສຽງແລະໂທລະທັດ ອັດຕາຄ່າຕອບແທນການໃຊ້ແລະເຊື່ອມຕໍ່ໂຄງຂ່າຍກະຈາຍສຽງແລະໂທລະທັດໃນລະບົບດິຈິຕອນລວມທັງປະເມີນມູນຄ່າຄື່ນຄວາມຖີ່ສຳຫລັບການປະມູນຄື່ນຄວາມຖີ່ໃນກິດຈະການກະຈາຍສຽງຫລືໂທລະທັດ ຕະຫລອດຈົນປິຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກວິສະວະກຳແລະເທັກໂນໂລຊີກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີກ່ຽວຂ້ອງກັບການສືກສາແລະວິເຄາະຂໍ້ມູນກ່ຽວກັບເທັກໂນໂລຊີມາດຕະຖານທາງເທັກນິກແລະການບໍລິຫານຄື່ນຄວາມຖີ່ ຈັດເຮັດແຜນຄວາມຖີ່ວິທະຍຸ ປະສານງານແລະຈັດສັນຄວາມຖີ່ວິທະຍຸໃນ ກິດຈະການກະຈາຍສຽງແລະໂທລະທັດ ຈັດເຮັດມາດຕະຖານແລະລັກສະນະພື່ງປະສົງທາງດ້ານເທັກນິກສຳຫລັບກິດຈະການທີ່ໃຊ້ຄື່ນຄວາມຖີ່ ກວດສອບແລະໃຫ້ຄວາມເຫັນປະກອບການອານຸຍາດກ່ຽວກັບເຄື່ອງວິທະຍຸຄົມມະນາຄົມໃນກິດຈະການກະຈາຍສຽງແລະໂທລະທັດຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກຮັບຮອງມາດຕະຖານວິສະວະກຳໃນກິດຈະການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີກ່ຽວຂ້ອງກັບການກວດສອບ ພິຈາລະນາຄຸນລັກສະນະດ້ານເທັກນິກແລະຮັບຮອງມາດຕະຖານຂອງເຄື່ອງວິທະຍຸຄົມມະນາຄົມແລະອຸປະກອນໃນກິດຈະການກະຈາຍສຽງແລະໂທລະທັດ ໃຫ້ຄຳປືກສາແລະບໍລິການດ້ານເທັກນິກ ພັດທະນາວຽກນະວັດຕະກຳ ວຽກວິຊາການແລະຝືກອົບຮົມດ້ານວິສະວະກຳ ຈັດເຮັດມາດຕະຖານແລະລັກສະນະພືງປະສົງດ້ານເທັກນິກໃນກິດຈະການທີ່ບໍ່ແມ່ນຄື່ນຄວາມຖີ່ ຕະຫລອດຈົນປະຕິບັດຫນ້າທີ່ອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກກິດຈະການໂທລະທັດໃນລະບົບດິຈິຕອນ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວຂ້ອງກັບການຈັດເຮັດແນວນະໂຍບາຍແຜນວຽກແລະດຳເນີນການກ່ຽວກັບການປ່ຽນຜ່ນໄປສູ່ໂທລະທັດໃນລະບົບດິຈິຕອນແລະໂທລະທັດເຄື່ອນທີ່ໃນລະບົບດິຈິຕອນ ການຍຸຕິໂທລະທັດໃນລະບົບແອນະລ໊ອກ ປະສານງານການວິເຄາະແລະສະຫນັບສະຫນຸນການຈັດເຮັດອັດຕາຄ່າຕອບແທນການໃຊ້ແລະເຊື່ອມຕໍ່ໂຄງຂ່າຍໂທລະທັດໃນລະບົບດິຈິຕອນແລະໂຄງຂ່າຍໂທລະທັດເຄື່ອນທີ່ໃນລະບົບດິຈິຕອນ ລວມທັງກຳກັບເບິ່ງແຍງການຂະຫຍາຍໂຄງຂ່າຍແລະຄຸນນະພາບໂທລະທັດແລະໂທລະທັດເຄື່ອນທີ່ໃນລະບົບດິຈິຕອນ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກຄຸ້ມຄອງຜູ້ບໍລິໂພກໃນກິດຈະການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການກຳຫນົດຫລັກເກນ ວິທີການ ມາດຕະການແລະດຳເນີນການກ່ຽວກັບການຄຸ້ມຄອງຜູ້ບໍລິໂພກ ແລະສິດຂອງຜູ້ບໍລິໂພກບໍ່ໃຫ້ຖືກເອົາປຽບຈາກຜູ້ປະກອບການ ພັດທະນາແລະເພີ່ມຄວາມສາມາດຂອງຜູ້ບໍລິໂພກ ສົ່ງເສີມສິດ ເສລີພາບ ແລະຄວາມສະເຫມີພາກຂອງຄົນພິການ ຜູ້ສູງອາຍຸແລະຜູ້ດ້ອຍໂອກາດໃນການເຂົ້າຖືງແລະໃຊ້ປະໂຫຍດຈາກຂໍ້ມູນຂ່າວສານໃນກິດຈະການກະຈາຍສຽງແລະໂທລະທັດ ພິຈາລະນາເລື່ອງຮ້ອງຮຽນແລະຍຸຕິຂໍ້ຂັດແຍ້ງທີ່ເປັນການເອົາປຽບຜູ້ບໍລິໂພກ ລວມທັງປະຕິບັດວຽກໃນຖານະເລຂານຸການຄະນະອານຸກຳມະການຄຸ້ມຄອງຜູ້ບໍລິໂພກໃນກິດຈະການກະຈາຍສຽງແລະໂທລະທັດ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກກຳມະການກິດຈະການກະຈາຍສຽງແລະໂທລະທັດແລະການປະຊຸມ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການອຳນວຍການວຽກຝ່າຍເລຂານຸການຂອງ ກສທ.ຈັດການປະຊຸມແລະດຳເນີນວຽກທີ່ກ່ຽວຂ້ອງກັບການປະຊຸມຂອງ ກສທ.ແລະການປະຊຸມທີ່ກ່ຽວຂ້ອງກັບພາລະກິດຂອງ ກສທ.ລວມທັງສະຫນັບສະຫນຸນແລະອຳນວຍການໃນກິດຈະການອັນກ່ຽວກັບການເງີນຂອງ ກສທ.ລວມທັງວິເຄາະແລະຄັດແຍກເລື່ອງຮ້ອງຮຽນທີ່ກ່ຽວກັບພາລະກິດກະຈາຍສຽງແລະໂທລະທັດ ຕະຫອລດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກການອານຸຍາດປະກອບກິດຈະການກະຈາຍສຽງ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການຈັດເຮັດຫລັກເກນວິທີການ ເງື່ອນໄຂການອານຸຍາດ ພິຈາລະນາອານຸຍາດ ເຫັນຊອບຜັງລາຍການ ຕິດຕາມ ກວດສອບ ໃຫ້ຄຳປືກສາ ແລະຈັດການຖານຂໍ້ມູນທີ່ກ່ຽວກັບການປະກອບກິດຈະການກະຈາຍສຽງໃຫ້ເປັນໄປຕາມຫລັກເກນແລະເງື່ອນໄຂການອານຸຍາດທີ່ກຳຫນົດ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກການອານຸຍາດປະກອບກິດຈະການໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການຈັດເຮັດຫລັກເກນ ວິທີການ ເງື່ອນໄຂການອານຸຍາດ ພິຈາລະນາອານຸຍາດ ເຫັນຊອບຜັງລາຍການ ຕິດຕາມ ກວດສອບ ໃຫ້ຄຳປືກສາ ແລະຈັດການຖານຂໍ້ມູນທີ່ກ່ຽວກັບການປະກອບກິດຈະການໂທລະທັດໃຫ້ເປັນໄປຕາມຫລັກເກນແລະເງື່ອນໄນການອານຸຍາດທີ່ກຳຫນົດ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກການອານຸຍາດປະກອບກິດຈະການໂຄງຂ່າຍ ສິ່ງອຳນວຍຄວາມສະດວກແລະເຄື່ອງວິທະຍຸຄົມມະນາຄົມ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການຈັດເຮັດຫລັກເກນ ວິທີການ ເງື່ອນໄຂການອານຸຍາດ ພິຈາລະນາອານຸຍາດ ຕິດຕາມ ກວດສອບ ໃຫ້ຄຳປືກສາ ແລະຈັດການຖານຂໍ້ມູນທີ່ກ່ຽວກັບການປະກອບກິດຈະການວິທະຍຸກະຈາຍສຽງໃນລະບົບດິຈິຕອນ ໂຄງຂ່າຍ ສິ່ງອຳນວຍຄວາມສະດວກ ເຄື່ອງວິທະຍຸຄົມມະນາຄົມ ເຄື່ອງຮັບ ເຄື່ອງມື ຫລືອຸປະກອນທີ່ໃຊ້ສຳຫລັບກິດຈະການກະຈາຍສຽງແລະໂທລະທັດ ໃຫ້ເປັນໄປຕາມຫລັກເກນແລະເງື່ອນໄຂການອານຸຍາດທີ່ກຳຫນົດ ລວມທັງພິຈາລະນາຄວາມຈຳເປັນໃນການໃຊ້ຄື່ນຄວາມຖີ່ຕາມການອານຸຍາດ ສຳປະທນ ຫລືສັນຍາ ຕະຫລອດຈົນປະຕິບັດວຽກອື່ນໆ ຕາມທີ່ໄດ້ຮັບມອບຫມາຍ

ສຳນັກກົດຫມາຍກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການດຳເນີນຄະດີດ້ານກະຈາຍສຽງແລະໂທລະທັດ ຈັດເຮັດຮ່າງກວດຮ່າງ ປັບປຸງ ແລະພັດທະນາກົດຫມາຍ ພິຈາລະນາສັນຍາ ຫລືຄວາມຕົກລົງໃດໆ ວິນິໄສ ແລະໃຫ້ຄຳປືກສາແນະນຳກ່ຽວກັບຂໍ້ກົດຫມາຍທີ່ກ່ຽວຂ້ອງກັບກິດຈະການກະຈາຍສຽງແລະໂທລະທັດ ດຳເນີນການຮັບແລະພິຈາລະນາອຸທອນຄຳສັ່ງທາງປົກຄອງ ລວມທັງພິຈາລະນາບັນຫາໃດໆ ທີ່ເກີດຂື້ນຕາມກົດຫມາຍວິທີປະຕິບັດລາດຊະການທາງປົກຄອງ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກກຳກັບການໃຊ້ຄື່ນຄວາມຖີ່ໃນກິດຈະການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການກຳກັບ ກວດສອບ ແລະໄກ່ເກ່ຍການໃຊ້ຄື່ນຄວາມຖີ່ໃນກິດຈະການກະຈາຍສຽງແລະໂທລະທັດ ການບັງຄັບໃຊ້ກົດຫມາຍກ່ຽວກັບການໃຊ້ຄື່ນຄວາມຖີ່ ລວມທັງດຳເນີນຄະດີກັບຜູ້ກະທຳຄວາມຜິດໃນກິດຈະການກະຈາຍສຽງແລະໂທລະທັດ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກສົ່ງເສີມການແຂ່ງຂັນແລະກຳກັບເບິ່ງແຍງກັນເອງ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການພັດທະນານະໂຍບາຍ ກຳຫນົດຫລັກເກນສົ່ງເສີມແລະກຳກັບເບິ່ງແຍງການແຂ່ງຂັນໃນກິດຈະການກະຈາຍສຽງແລະໂທລະທັດ ສະຫນັບສະຫນຸນການບັງຄັບໃຊ້ຫລັກເກນການປ້ອງກັນແລະແກ້ໄຂບັນຫາການຜູກຂາດ ການຄວບລວມແລະຄອບງຳກິດຈະການ ການສົ່ງເສີມໃຫ້ເກີດກົນໄກການກຳກັບເບິ່ງແຍງກັນເອງ ແລະການກຳກັບເບິ່ງແຍງຮ່ວມກັນພາຍໃຕິຈາລິຍະທຳແລະຈັນຍາບັນວິຊາຊີບ ສ້າງເຄືອຂ່າຍໄຕພາຄີເພື່ອສົ່ງເສີມສິດເສລີພາບສື່ພາຍໃຕ້ຄວາມຮັບຜິດຊອບຕໍ່ສັງຄົມ ລວມທັງໃຫ້ຄວາມເຫັນຕໍ່ຂໍ້ຮ້ອງຮຽນກ່ຽວກັບຈາລິຍະທຳແລະຈັນຍາບັນວິຊາຊີບຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກພັດທະນາອົງກອນວິຊາຊີບແລະສົ່ງເສີມການບໍລິການຢ່າງທົ່ວຖືງ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກທີ່ກ່ຽວກັບການສົ່ງເສີມການລວມກຸ່ມຂອງຜູ້ຮັບໃບອານຸຍາດປະກອບກິດຈະການຜູ້ຜະລິດລາຍການ ແລະຜູ້ປະກອບວິຊາຊີບສື່ສານມວນຊົນ ສ່ົງເສີມໃຫ້ມີການພັດທະນາອົງກອນວິຊາຊີບ ລວມທັງກຳຫນົດແນວທາງ ມາດຕະການສົ່ງເສີມສິດເສລີພາບແລະຄວາມສະເຫມີພາກຂອງປະຊາຊົນໃນການເຂົ້າຖືງ ຮັບຮູ້ຂໍ້ມູນ ຂ່າວສານ ໃຊ້ປະໂຫຍດຄື່ນຄວາມຖີ່ແລະການບໍລິການໃນກິດຈະການກະຈາຍສຽງແລະໂທລະທັດຢ່າງທົ່ວຖືງ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສຳນັກກຳກັບຜັງແລະເນື້ອໃນລາຍການ ແລະພັດທະນາຜູ້ປະກາດໃນກິດຈະການກະຈາຍສຽງແລະໂທລະທັດ
ມີຫນ້າທີ່ຮັບຜິດຊອບການປະຕິບັດວຽກກ່ຽວກັບການກຳກັບເບິ່ງແຍງ ກວດສອບ ແລະພິຈາລະນາເລື່ອງຮ້ອງຮຽນກ່ຽວກັບຜັງລາຍການ ເນື້ອໃນລາຍການຂອງຜູ້ປະກອບກິດການໃນກິດຈະການກະຈາຍສຽງແລະໂທລະທັດ ໃຫ້ເປັນໄປຕາມກົດຫມາຍລວມທັງຈັດເຮັດແຜນສົ່ງເສີມ ສະຫນັບສະຫນຸນແລະພັດທະນາຄຸນນະພາບລາຍການແລະມາດຕະຖານຜູ້ປະກາດໃນກິດຈະການກະຈາຍສຽງແລະໂທລະທັດ ຕະຫລອດຈົນປະຕິບັດວຽກອື່ນໆຕາມທີ່ໄດ້ຮັບມອບຫມາຍ

ສ້າງຕັ້ງຂື້ນໂດຍ  -   (18/1/2017 13:36:27)

Download

Page views: 1467