ການຂະຫຍາຍການໃຫ້ບໍລິການຂໍ້ມູນຂ່າວສານໃນລະບົບເດຊີ່(DAISY)ຜ່ານລະບົບໂທລະສັບໂອໂຕເມຕິກ

ການຂະຫຍາຍການໃຫ້ບໍລິການຂໍ້ມູນຂ່າວສານໃນລະບົບເດຊີ່(DAISY)ຜ່ານລະບົບໂທລະສັບໂອໂຕເມຕິກ

ໃນປີ 2009-2010 ສຳນັກງານຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ໄດ້ສະຫນັບສະຫນຸນໃຫ້ສະມາຄົມຄົນຕາບອດແຫ່ງປະເທດໄທດຳເນີນໂຄງການເພື່ອສົ່ງເສີມການພັດທະນາຄຸນນະພາບຊີວິດຄົນຕາບອດທົ່ວປະເທດ ພາຍໃຕ້ໂຄງການ”ການໃຫ້ບໍລິການຂໍ້ມູນຂ່າວສານໃນລະບົບເດຊີ່ ຜ່ານລະບົບໂທລະສັບໂອໂຕເມຕິກ”ຊື່ງຈາກການດຳເນີນງານສາມາດສະຫລຸບຜົນການດຳເນີນງານອອກເປັນ3ໄລຍະດັ່ງນີ້

https://scontent.fbkk10-1.fna.fbcdn.net/v/t1.0-9/10577119_948694141822771_2347060730350464279_n.png?oh=dad90bcbbc67fbce6e28721cf9e3fa44&oe=588B0385 ການດຳເນີນງນໃນໄລຍະທີ 1(ປີ ຄ.ສ2009-2010) ເປັນການຂະຫຍາຍລະບົບບໍລິການເດີມຂອງສະມາຄົມດ້ວຍການປ່ຽນເລກຫມາຍສຳຫລັບໂທເຂົ້າມາໃຊ້ບໍລິການໃຫ້ເປັນ 4 ຫລັກທີ່ເບີ 1414 ແລະປ່ຽນຊື່ບໍລິການເປັນ“1414 ສາຍດ່ວນຂ່າວສານຄວາມຮູ້”ເພີ່ມຈຳນວນຄູ່ສາຍໃນການໃຫ້ບໍລິການຈາກ30 ຄູ່ສາຍເປັນ90 ຄູ່ສາຍ ລວມທັງສະຫນັບສະຫນຸນໃຫ້ມີການຜະລິດຂໍ້ມູນຂ່າວສານຕ່າງໆທີ່ຈະເປັນປະໂຫຍດຕໍ່ການພັດທະນາຄຸນນະພາບຊີວິດຕາມມາດຕະຖານຂອງຫນັງສືສຽງໃນລະບົບເດຊີ່ ເພື່ອນຳໄປໃຫ້ບໍລິການ ຜູ້ໃຊ້ບໍລິການຈະໂທເຂົ້າມາທີ່ຫມາຍເລກ1414 ເພື່ອເລືອກຟັງຂໍ້ມູນຂ່າວສານຕາມຫມວດຫມູ່ທີ່ຕ້ອງການເຊັ່ນ ຂ່າວສານດ້ານຄົນຕາບອດ ແລະຄົນພິການ ຂ່າວສານປະຈຳວັນຈາກສື່ຕ່າງໆລວມຖືງຫນັງສືປະເພດຕ່າງໆ ຈາກຫ້ອງສະຫມຸດຄົນຕາບອດແລະຜູ້ພິການທາງສື່ສິ່ງພິມແຫ່ງຊາດໂດຍຂໍ້ມູນທັງຫມົດຈະນຳສະເຫນີຜ່ານຮູບແບບຂອງຫນັງສືສຽງ ຊື່ງຖືໄດ້ວ່າເປັນຫ້ອງສະຫມຸດທາງໂທລະທັດ

ການດຳເນີນໂຄງການໄລະຍະທີ 2(ປີ ຄ.ສ 2010-2011) ໄດ້ມີການເພີ່ມຈຳນວນຄູ່ສາຍເປັນ150 ຄູ່ສາຍເພີ່ມຈຳນວນການຜະລິດຫນັງສືສຽງ ນອກຈາກນີ້ຈາກການທີ່ມີຜູ້ສົນໃຈໃຊ້ບໍລິການເປັນຈຳນວນຫລາຍ ຈື່ງໄດ້ຂະຫຍາຍຊ່ອງທາງໃນການໃຫ້ບໍລິການໄປສູ່ ອິນເຕີເນັດເວັບໄຊຕ໌ ໂດຍຄົນຕາບອດທີ່ລົງທະບຽນສະຫມັກເປັນສະມາຊິກຈະສາມາດເຂົ້າໄປຮັບຟັງຫນັງສືສຽງຈາກຫ້ອງສະຫມຸດໄດ້ທີ່www.tab2read.com ໃນລັກສະນະຂອງຫ້ອງສະຫມຸດຫນັງສືສຽງອອນໄລນ໌ອີກທັງໄດ້ມີການເພີ່ມບໍລິການໃຫມ່ໆຜ່ານ1414 ສາຍດ່ວນຂ່າວສານຄວາມຮູ້ເຊັ່ນ:ບໍລິການຫມໍຄອມ ຊື່ງຜູ້ທີ່ສົນໃຈສາມາດໂທເຂົ້າມາເພື່ອຂໍຮັບຄຳປືກສາແນະນຳດ້ານຄອມພິວເຕີ້ແລະ IT ສຳຫລັບຄົນຕາບອດຈາກຜູ້ຊ່ຽວຊານ ບໍລິການ Internet Speech ເພື່ອໃຫ້ຜູ້ທີ່ຕ້ອງການໃຊ້ງານ internet ແຕ່ບໍ່ມີເຄື່ອງຄອມພິວເຕີ້ຫລື Smart Device ສາມາດໃຊ້ງານ Internet ໄດ້ໂດຍເຄື່ອງໂທລະສັບຊະນິດໃດກໍ່ໄດ້ທີ່ສາມາດໂທເຂົ້າມາໃນລະບົບ 1414 ສາຍສ່ວນຂ່າວສານຄວາມຮູ້ຈາກນັ້ນເລືອກເມນູ Internet Speechຜູ້ໃຊ້ປ້ອນຂໍ້ມູນຜ່ານການກົດແປ້ນໂທລະສັບຫລືສັ່ງງານດ້ວຍສຽງເວົ້າລະບົບຈະສະແດງຜົນການອ່ານຫນ້າເວັບໄຊຕ໌ຕ່າງໆອອກມາເປັນສຽງເວົ້າເຊັ່ນກັນ

ການດຳເນີນໂຄງການໃນໄລຍະທີ3 (ປີ ຄ.2012-2016ຊື່ງເປັນໂຄງການຕໍ່ເນື່ອງໄລຍະ5 ປີ ໄດ້ປ່ຽນຊື່ໂຄງການເປັນ ໂຄງການຈັດໃຫ້ມີບໍລິການຂໍ້ມູນຂ່າວສານລະບົບເດຊີ່ ຜ່ານໂຄງຂ່າຍໂທລະຄົມມະນາຄົມແລະມີການຂະຫຍາຍຮູບແບບບໍລິການພາຍໃຕ້ຊື່ 1414 Plus ເພື່ອໃຫ້ຄອບຄຸມການໃຊ້ປະໂຫຍດຈາກໂຄງຂ່າຍໂທລະຄົມມະນາຄົມໃນທຸກດ້ານ ປະຈຸບັນບໍລິການໃນກຸ່ມ1414Plus ປະກອບດ້ວຍ

ບໍລິການທີ 1:1414 ສາຍດ່ວນຂໍ້ມູນຂ່າວສານ ເປັນການໃຫ້ບໍລິການຜ່ານລະບົບໂທລະສັບໂອໂຕເມຕິກ510 ຄູ່ສາຍໃຊ້ບໍລິການສາມາດເລືອກຟັງຂໍ້ມູນແລະເລືອກໃຊ້ບໍລິການຈາກເມນູຕ່າງໆເຊັ່ນ:ຂໍ້ມູນຂ່າວສານດ້ານຄົນພິການຂ່າວສານປະຈຳວັນຈາກຫນັງສືພິມແລະເວັບໄຊຕ໌ຂ່າວຫລືໃຊ້ບໍລິການທີ່ www.1414plus.com

http://tab2read.com/Styles/img/Open2Read.png ບໍລິການທີ2: Tab2Read ບໍລິການອ່ານຫນັງສືສຽງໃນລະບົບຊື່ອອນໄລນ໌ທີ່ເວັບໄຊຕ໌ www.tab2read.comເປັນການນຳຫນັງສືສຽງໃນລະບົບເດຊີ່ມາໃຫ້ຮັບຟັງອອນໄລນ໌ຊື່ງຜູ້ໃຊ້ບໍລິການຕ້ອງເປັນຜູ້ທີ່ມີຄຸນສົມບັດທີ່ກຳຫນົດໄວ້ແລະຕ້ອງສະຫມັກເປັນສະມາຊິກກ່ອນໃຊ້ບໍລິການ

ບໍລິການທີ3: Tab Radio ວິທະຍຸບໍລິການອ່ານ ເປັນການນຳຂໍ້ມູນຈາກຫນັງສື ເອກະສານສິ່ງພິມແລະຂ່າວສານຕ່າງໆມານຳສະເຫນີຜ່ານຮູບແບບລາຍການວິທະຍຸ ປະຈຸບັນສົ່ງກະຈາຍສຽງທີ່ radio.tab.or.thຫລືຮັບຟັງຜ່ານບໍລິການສາຍດ່ວນຂ່າວສານຄວາມຮູຫມາຍເລກ1414 ລວມທັງໄດ້ມີການຈັດເຮັດ application tab radio ເພື່ອໃຫ້ຜູ້ທີ່ສົນໃຈ ສາມາດຮັບຟັງຜ່ານ ແທ໊ບເລດ ແລະສະມາດໂຟນໄດ້ສະດວກຍິ່ງຂື້ນປະຈຸບັນTAB RADIOກະຈາຍສຽງຕັ້ງແຕ່ເວລາ 08.00 – 16.00 ນ. ນອກຈາກນີ້ຍັງໄດ້ຈັດເຮັດລາຍການໄປຮ່ວມເຜີຍແຜ່ ທາງສະຖານນີວິທະຍຸກະຈາຍສຽງອື່ນໆເຊັ່ນ:ສະຖານນີວິທະຍຸກະຈາຍສຽງແຫ່ງປະເທດໄທ

 

TAB2Read Mobile- screenshot TAB2Read Mobile- screenshot thumbnail http://a5.mzstatic.com/us/r30/Purple5/v4/f2/60/1c/f2601ccc-76b4-a900-0536-9f61f1a8d1f3/screen696x696.jpeg Image result for Tab2read

ບໍລິການທີ 4:ບໍລິການສຽງບັນຍາຍຮູບ Audio Description ເປັນການໃຊ້ສຽງບັນຍາຍເພີ່ມເຕີມສຳຫລັບລາຍການໂທລະທັດ ພາບພະຍົນ ຕະຫລອດຈົນການຈັດສະແດງປະເພດຕ່າງໆ ທັງນີ້ ເພື່ອໃຫ້ຄົນຕາບອດໄດ້ຮັບຂໍ້ມູນທີ່ຊັດເຈນເພີ່ມຫລາຍຂື້ນ ໂດຍສະເພາະໃນສ່ວນທີ່ກ່ຽວເນື່ອງກັບເນື້ອໃນສາລະຫລັກຂອງລາຍການນັ້ນໆຊື່ງຖືກນຳສະເຫນີຜ່ານອົງປະກອບຕ່າງໆທີ່ບໍ່ໄດ້ສະແດງອອກມາເປັນສຽງອັນເຮັດໃຫ້ຄົນຕາບອດບໍ່ສາມາດເຂົ້າຖືງໄດ້ ມູນລະນິທິໄດ້ຈັດໃຫ້ມີການຝືກອົບຮົມຫລັກສູດຜູ້ບັນຍາຍໂດຍວິທະຍາກອນຜູ້ຊ່ຽວຊານຈາກປະເທດສະຫະລັດອາເມລິກາ ລວມທັງໄດ້ຮັດເຮັດຄູ່ມືເພື່ອເຜີຍແຜ່ຄວາມຮູ້ໃນເບື້ອງຕົ້ນໃນການການຈັດບໍລິການ ໄດ້ທົດລອງຈັດເຮັດບໍລິການສຽງບັນຍາຍຮູບໃນພາບພະຍົນແລ້ວນຳໄປເຜີຍແຜ່ໃນໂຮງພາບພະຍົນ ລວມທັງຈັດເຮັດສຽງບັນຍາຍຮູບໃນລະຄອນໂທລະທັດທີ່ໄດ້ຮັບຄວາມນິຍົມແລ້ວນຳມາໃຫ້ບໍລິການຜ່ານທາງ 1414 Plus ແລະ TAB2Read

ສ້າງຕັ້ງຂື້ນໂດຍ  -   (24/5/2017 13:53:18)

Download

Page views: 936