ໄອທີຍູປະກາດລຳດັບການພັດທະນາດ້ານ ICTຂອງປະເທດໄທປີ 2014ຕິດລຳດັບ74ຂອງໂລກ

ລາຍງານຈາກທ່ານ ຖາກອນ ຕັນສິດເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ເລຂາທິການ ກສທຊ.)ເປີດເຜີຍວ່າ ຈາກການທີ່ເຂົ້າຮ່ວມປະຊຸມ WTTS "The ITU Telecommunication/ICT Indicators symposium" ທີ່ເມືອງຮີໂຣຊິມ່າ ປະເທດຍີ່ປຸ່ນ ລະຫວ່າງວັນທີ 30 ພະຈິກ- 2 ທັນວາ 2015

ສະຫະພາບໂທລະຄົມມະນາຄົມລະຫວ່າງປະເທດ(ITU)ໄດ້ປະກາດຜົນລາຍງານຕົວຊີ້ວັດການພັດທະນາດ້ານICTຂອງແຕ່ລະປະເທດທົ່ວໂລກ ປີ 2014 ປະເທດໄທ ໄດ້ຂະຫຍັບມາຢູ່ໃນອັນດັບທີ 74 ຂອງໂລກ ຈາກລຳດັບທີ 81 ໃນປີ 2013 ຊື່ງເປັນຜົນຈາກການທີ່ມີການເປີດໃຫ້ບໍລິການ3G ບົນຄື່ນຄວາມຖີ່ 2.1 GHzໃນປີ 2013

ທ່ານ ຖາກອນ ຕັນທະສິດ ຍັງເປີດເຜີຍຕໍ່ອີກວ່າປະເທດໄທເປັນທີ່ຫນ້າສົນໃຈແລະເປັນກໍລະນີສືກສາຂອງສະຫະພາບໂທລະຄົມມະນາຄົມລະຫວ່າງປະເທດຢ່າງຫລາຍທີ່ມີການພັດທະນາດ້ານ ICT ຢ່າງວ່ອງໄວໃນຊ່ວງໄລຍະເວລາ 2-3ປີທີ່ຜ່ານມາ

“ຈາກການເປີດປະມູນຄື່ນຄວາມຖີ່ 4Gທັງໃນຍ່ານຄວາມຖີ່1800 MHz ແລະ 900 MHzນັ້ນ ຫມັ້ນໃຈວ່າໃນປີ 2015 ຈະເຮັດໃຫ້ລຳດັບການພັດທະນາ ICTຂອງໄທເຄື່ອນອັນດັບສູງຂື້ນກວ່ານີ້ຢ່າງແນ່ນອນ”ທ່ານ ຖາກອນ ຕັນທະສິດ ກ່າວ

ສຳຫລັບການປະມູນຄື່ນຄວາມຖີ່ໃນຍ່ານ1800 MHzທີ່ຫາກໍ່ປະມູນແລ້ວເມື່ອວັນທີ 12 ພະຈິກ 2015 ທີ່ຜ່ານມາ ຄາດວ່າຈະມີການເປີດໃຫ້ບໍລິການ 4Gຂອງຄື່ນໃນຍ່ານດັ່ງກ່າວໄດ້ກ່ອນເດືອນ ມັງກອນ 2016 ແລະສຳຫລັບຄື່ນຄວາມຖີ່ຍ່ານ900 MHz ຈະມີການເປີດປະມູນໃນວັນທີ 15 ທັນວາ 2015 ນີ້

ສ້າງຕັ້ງຂື້ນໂດຍ  -   (24/5/2017 22:08:26)

Download

Page views: 550