“ServisHero” ແອບມືຖືຄົນຫາຊ່າງ ແມ່ບ້ານ ແລະງານບໍລິການ ສະຕ໊າດອັບຄົນໄທຮັບລາງວັນ “ITU Telecom World Awards 2016”ສູວຽກບໍລິການຈາກອອບໄລນ໌ເຂົ້າສູ່ລະບົບອອນໄລນ໌

ບັນຍາກາດການຈັດງານ ITU Telecom World 2016 ໂດຍສຳນັກງານ ກສທຊ.ໃນມື້ສຸດທ້າຍທີ່ສູນການປະຊຸມອິມແພັກເມືອງທອງທານີ ມີການມອບລາງວັນ “ITU Telecom World Awards 2016”ໃຫ້ກັບເອັດສ໌ເອັມທີທີ່ເຂົ້າຮ່ວມງານຈາກທັງຫມົດ35 ລາຍທີ່ມີນະວັດຕະກຳດີເດັ່ນ ໂດຍບໍລິສັດທີ່ໄດ້ຮັບລາງວັນຊະນະເລີດ ຄື ບໍລິສັດ ເຊີວິດຮີໂຣ່ ຈຳກັດ ຜູ້ໃຫ້ບໍລິການແອບພິເຄຊັ້ນໃນຊື່“ServisHero”ຊື່ງເປັນແອບພິເຄຊັ້ນບໍລິການຄົ້ນຫາງຊ່າງ ແມ່ບ້ານແລະງານບໍລິການເປີດບໍລິການໃນເດືອນ ມີນາ 2016 ມີຈຸດເລີ່ມຕົ້ນຈາກການເປັນບໍລິສັດໃນມາເລເຊຍແລະສິງກະໂປກ່ອນຂະຫຍາຍຖານການລົງທືນໃນໄທ

ປະຈຸບັນມີອາຊີບທີ່ໃຊ້ບໍລິການຜ່ານແອບພິເຄຊັ້ນໃນຊື່“ServisHero”ກ່ວາ36ບໍລິສັດເຊັ່ນ ແມ່ບ້ານ ຊ່າງແອ ຮັບເຫມົາກໍ່ສ້າງທົ່ວໄປເປັນຜູ້ໃຫ້ບໍລິການລາຍຍ່ອຍມາຮັບວຽກນອກເວລາວຽກຫລັກ ຊື່ງແອບພິເຄຊັ້ນນີ້ຈະຈັບຄູ່ຜູ້ໃຫ້ບໍລິການແລະຜູ້ຂໍໃຊ້ບໍລິການໄດ້ພົບກັນຜ່ານຊ່ອງທາງອອນໄລນ໌ ໂດຍຜູ້ໃຫ້ບໍລິການຕ້ອງໃຊ້ອກະສານລົງທະບຽນເພື່ອບັນທືກຕົວຕົນກັບບໍລິສັດ ປ້ອງກັນການແອບອ້າງ ຫລືກໍລະນີເປັນມິສາຊີບ

ທັງນີ້ບໍລິສັດໄດ້ເປີດຕົວໃນໄທໃນເດືອນມີນາ 2016 ມີການຈ້າງວຽກໃນທຸລະກິດບໍລິການລາຍຍ່ອຍຜ່ານແອບພິເຄຊັ້ນແລ້ວ30ພັນລາຍການ ຄິດເປັນມູນຄ່າທັງຫມົດກວ່າ 20 ລ້ານບາດ ຄິດເປັນອັດຕາການເຕີບໃຫຍ່20ເທົ່າຕັ້ງແຕ່ກໍ່ຕັ້ງບໍລິສັດ ໂດຍອາຊີບຍອດນິຍົມທີມີການເອີ້ນໃຊ້ບໍລິການຄື ແມ່ບ້ານ ແລະຊ່າງຮັບເຫມົາ ຂະນະທີບໍລິສັດມີພະນັກງານພຽງ10ຄົນທີ່ເຮັດວຽກຜ່ານແອບພິເຄຊັ້ນນ້ີ ໂດຍຕັ້ງເປົ້າຫມາຍວ່າພາຍໃນປີ 2018ຈະມີການຈ້າງວຽກຖືງ 1 ແສນລາຍການຜ່ານແອບພິເຄຊັ້ນແລະຈະຂະຫຍາຍພື້ນທີ່ການໃຫ້ບໍລິການຜູ້ໃຫ້ບໍລິການແລະຜູ້ຂໍໃຊ້ບໍລິການໄປຍັງແຂວງຊຽງໃຫມ່ ພູເກດ ຂອນແກ່ນແລະ ອ.ຫົວຫິນ ຈ.ປະຈວບສິຣິຂັນ ຈາກປະຈຸບັນຢູ່ໃນກຸງເທບແລະປະລິມົນທົນ

ຂະນທີ່ອີກ2ບໍລິສັດທີ່ຜ່ານເຂົ້າຮັບແລະໄດ້ຮັບປະກາດສະນິຍະບັດໄດ້ແກ່ ບໍລິສັດ Anywhere 2 Goຈຳກັດຜູ້ໃຫ້ບໍລິການແອບພິເຄຊັ້ນ Claim Di (ເຄມດິ)ແອບພິເຄຊັ້ນທີ່ເປັນຕົວກາງເຊື່ອມຕໍ່ການແຈ້ງຂໍຮັບບໍລິການປະກັນໄພຈາກບໍລິສັດປະກັນໄພ ຫາກເກີດເຫດສຸກເສີນທີ່ຖະຫນົນເຊັ່ນ:ລົດຕຳ ຊື່ງປະຈຸບັນມີບໍລິສັດປະກັນໄພທີ່ເຂົ້າຮ່ວມຫລາຍກວ່າ 30 ບໍລິສັດ ໂດຍຜູ້ທີ່ໃຊ້ແອບພິເຄຊັ້ນນີ້ຫາກເກີດລົດຕຳ ສາມາດຖ່າຍຮູບຈາກສະມ໊າດໂຟນສົ່ງຜ່ານແອບພິເຄຊັ້ນຈາກນັ້ນຈະມີການສົ່ງຂໍ້ມູນໃຫ້ກັບບໍລິສັດປະກັນໄພເພື່ອດຳເນີນການ ລວມທັງເຄມມິຍັງໄດ້ຈັດສົ່ງເຈົ້າຫນ້າທີ່ປະກັນໄພໄປໃນຈຸດເກີດເຫດ ຊື່ງເປັນຜູ້ສະຫມັກມາເຮັດວຽກນອກເວລາ ເຊັ່ນ:ລົດຈັກຮັບຈ້າງ ພະນັກງານສົ່ງເອກະສານ ໃຫ້ໄດ້ຮັບການຝືກໃຫ້ດຳເນີນການເຫມືອນພະນັກງານບໍລິສັດປະກັນໄພດ້ວຍ

ບໍລິສັດທີ່ເຂົ້າຮອບອີກບໍລິສັດຄື ບໍລິສັດ ໂປຣ-ທອຍ ຈຳກັດ ບໍລິສັດໂປຣດັກຊັ້ນເຮົາທີ່ຜັນຕົວມາເປັນຜູ້ໃຫ້ບໍລິການລະບົບສັ່ງຖ່າຍຄວາມແມ້ນຍຳສູງແບບບໍ່ຈຳກັດຈຳນວນກ້ອງ ຊື່ງເປັນທຸລະກິດການຖ່າຍຮູບແບບໃຫມ່ໃນໄທທີ່ຍັງບໍ່ຄ່ອຍມີບໍລິສັດໃດເຮັດເນື່ອງຈາກທຸລະກິດການຜະລິດຄອນເທນໃນໄທຍັງບໍ່ເຟື້ອງຟູຫລາຍ

ຄົບຮອບ 1ປີ ກສທຊ.ປະມູນ4Gສົ່ງຜົນຕໍ່ເສດຖະກິດທາງຕົງກວ່າ3ແສນລ້ານບາດ ມີຜູ້ໃຊ້ບໍລິການ4Gກວ່າ22ລ້ານລາຍແລະມີຜູ້ໃຊ້ງານ MOBILE BROADBANDເກືອບ62ລ້ານ ຄວາມໄວສະເລ່ຍສູງສຸດໃນການໃຫ້ບໍລິການຢູ່ທີ25MBPSສູງກວ່າຄ່າສະເລ່ຍຂອງໂລກ

ນັບຕັ້ງແຕ່ 10ໂມງເຊົ້າຂອງວັນທີ 11 ພະຈິກ 2015  ສຳນັກງານຄະນະກຳມະການກະຈາຍສຽງກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ກສທຊ.)ໄດ້ຈັດການປະມູນຄື່ນຍ່ານຄວາມຖີ່1800 MHz ຈຳນວນ 60 MHz (2x15MHz ຈຳນວນ 2 ຊຸດ) ຊື່ງໃຊ້ເວລາໃນການປະມູນຂ້າມມື້ຊື່ງແລ້ວເສດໃນເວລາ19.25ນ.ໃນມື້ຖັດມາ ຍິ່ງໄປກວ່ານັ້ນການປະມູນຄື່ນຍ່ານຄວາມຖີ່900 MHz ຈຳນວນ 40 MHz (2x10MHz ຈຳນວນ 2 ຊຸດ) ໃຊ້ເວລາທີ່ຍາວນານຕັ້ງແຕ່ວັນທີ15 ຖືງ 19 ທັນວາ 2015 ແລະຍັງມີການປະມູນຕໍ່ເປັນຮອບທີ 2 ໃນວັນທີ 27 ພືດສະພາ 2016 ຈາກມື້ນັ້ນ ຈົນກະທັ້ງມື້ນີ້ເປັນເວລາເກືອບ1ປີທີ່ຄື່ນຄວາມຖີ່ທັງ2 ຍ່າຍພາຍຫລັງການປະມູນໄດ້ຖືກນຳໄປໃຊ້ພັດທະນາປະເທດທັງທາງດ້ານເສດຖະກິດແລະສັງຄົມຫລງງຫລາຍ ນັບຕັ້ງແຕ່ເງີນປະມູນທີ່ມີມູນຄ່າສູງຖືງ 232,730 ລ້ານບາດໃຫ້ກັບພາກລັດພາຍໃນໄລຍະເວລາ 4 ປີ ຄືຕັ້ງແຕ່ຊ່ວງປີ 2016-2020 ໂດຍທີ່ຜ່ານມາຜູ້ປະກອບການໂທລະສັບເຄື່ອນທີ່ໄດ້ຊຳລະໄປແລ້ວໃນຊ່ວງປີທຳອິດລວມປະມານ58,830 ລ້ານບາດ ຊື່ງພາກລັດສາມາດນຳເງີນໄປພັດທະນາປະເທດໃນ

ດ້ານຕ່າງໆ ລວມໄປຖືງການຂະຫຍາຍໂຄງຂ່າຍຂອງຜູ້ປະກອບການໂທລະສັບເຄື່ອນທີ່ຊື່ງບໍ່ໄດ້ຈຳກັດສະເພາະຜູ້ຊະນະການປະມູນ ຜູ້ທີ່ບໍ່ໄດ້ຮັບການຈັດສັນ ຄື່ນຄວາມຖີ່ກໍ່ມີແຮງກົດກັນທາງການແຂ່ງຂັນໃຫ້ມີການລົງທືນແລະຂະຫຍາຍໂຄງຂ່າຍຕາມໄປດ້ວຍ

ໃນການດ້ານການລົງທືນຂອງຜູ້ປະກອບການໃນຊ່ວງໄລຍະ 1 ປີທີ່ຜ່ານມາຕັ້ງແຕ່ໄຕມາດ3ຂອງປີ 2015 ທີ່ຜ່ານມາ ຈົນກະທັ້ງໄຕມາດ2ຂອງປີນີ້ ການລົງທືນໃນສິນຊັບລວມຂອງຜູ້ປະກອບການໂທລະສັບເຄື່ອນທີ່ລາຍຫລັກທັງ3ລາຍເພີ່ມຂື້ນປະມານ100,264ລ້ານບາດ ໂດຍການລົງທືນທີ່ເພີ່ມຂື້ນນັ້ນນັບຕັ້ງແຕ່ຕົ້ນປີ 2015ຈົນຖືງໄຕມາດທີ2ປີ 2016 ຊື່ງນອກຈາກການລົງທືນຂອງຜູ້ປະກອບການທີ່ເພີ່ມຂື້ນຈາກມີໄນສຳຄັນແລ້ວ ຈຳນວນຜູ້ໃຫ້ບໍລິການອິນເຕີເນັດເຄື່ອນທີ່ ກໍ່ເພີ່ມສູງຂື້ນເຊັ່ນກັນ

ສ້າງຕັ້ງຂື້ນໂດຍ  -   (24/5/2017 15:15:40)

Download

Page views: 626