ສຳນັກງານ ກສທຊ.ຈັບມືແບງກາຊາດເບິ່ງແຍງເງີນໃນຊິມຂອງປະຊາຊົນແລະການຊຳລະເງີນຜ່ານໂທລະສັບເຄື່ອນທີ່ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ

ການຫາລືຮ່ວມກັບທະນາຄານແຫ່ງປະເທດໄທ(ທປທ)ເພື່ອຈັດຕັ້ງຄະນະກຳມະການກຳກັບເບິ່ງແຍງລະບົບການຊຳລະເງີນຜ່ານໂທລະສັບເຄື່ອນທີ່(Mobile Payment) ເນື່ອງຈາກໃນປະຈຸບັນການເຮັດທຸລະກິດທາງການເງີນຜ່ານໂທລະສັບເຄື່ອນທີ່ມີແນວໂນ້ມເພີ່ມສູງຂື້ນ ໂດຍສະເພາະການຊຳລະຄ່າສິນຄ້າແລະບໍລິການ ຊື່ງຂະນະນີ້ຍັງບໍ່ມີຄວາມຊັດເຈນວ່າຫນ່ວຍງານໃດຈະເປັນຫນ່ວຍງານຫລັກໃນການເບິ່ງແຍງຄຸ້ມຄອງຜູ້ບໍລິໂພກຫາກເກີດຄວາມເສຍຫາຍຈາກການໃຊ້ເງີນທີ່ຢູ່ໃນຊິມແລະຊຳລະຄ່າສິນຄ້າແລະບໍລິການຜ່ານໂທລະສັບເຄື່ອນທີ່

ທ່ານ ກໍກິດ ເປີດເຜີຍວ່າ ປະຈຸບັນ Mobile Paymentໃນປະເທດໄທຢູ່ພາຍໃນກອບການເບິ່ງແຍງຂອງ ທປທ.ພາຍໃຕ້ພະຣາດຊະບັນຍັດວ່າດ້ວຍການຄວບຄຸມເບິ່ງແຍງທຸລະກິດບໍລິການຊຳລະເງີນທາງອິເລັກໂທນິກ ປີ 2008 ຊື່ງຢູ່ໃນສ່ວນຂອງບໍລິການຊຳລະເງີນທາງອິເລັກໂທນິກຜ່ານອຸປະກອນຢ່າງຫນື່ງຢ່າງໃດ ໂດຍຈະເນັ້ນເລື່ອງທຸລະກຳທີ່ກ່ຽວເນື່ອງກັບການເງີນຂອງທະນາຄານພານິດເປັນຫລັກແຕ່ປະຈຸບັນນະວັດຕະກຳທາງການເງີນແລະການໃຊ້ຈ່າຍຊ່ອງທາງຂອງໂທລະສັບເຄື່ອນທີ່ໃນການໃຫ້ບໍລິການມີຮູບແບບໃຫມ່ໆເພີ່ມຫລາຍຂື້ນຢ່າງວ່ອງໄວ ເຊັ່ນ:ມີການເຕີມເງີນໃນຊິມໂທລະສັບເຄື່ອນທີ່ເພື່ອຊຳລະຄ່າສິນຄ້າແລະບໍລິການ ລວມທັງປ່ຽນຈາກເງີນໃນຊິມເປັນແຕ້ມເພືອ່ແລກຊື້ສິນຄ້າ ຊື່ງໃນແຕ່ລະມື້ຈະມີປະຊາຊົນເຕີມເງີນໃນຊິມໂທລະສັບເຄື່ອນທີ່ຈຳນວນຫລາຍ ໂດຍປະຈຸບັນມີຜູ້ໃຊ້ບໍລິການໂທລະສັບເຄື່ອນທີ່ແບບເຕີມເງີນກວ່າ 80 ລ້ານເບີ ຫາກມີການເຕີມເງີນຊິມລະ 50 ບາດ ເທົ່າກັບຈະມີເງີນທີ່ເຂົ້າໄປຢູ່ໃນຊິມລວມທັງຫມົດມື້ລະ 400 ລ້ານບາດ ດັ່ງນັ້ນເພື່ອປ້ອງກັນບັນຫາທີ່ອາດເກີດຂື້ນຕາມມາໃນອານາຄົດຈາກພືດຕິກຳຜູ້ບໍລິໂພກທີ່ປ່ຽນໄປກັບການໃຊ້ໂທລະສັບເຄື່ອນທີ່ ຫນ່ວຍງານທີ່ກ່ຽວຂ້ອງທັງ ທປທ.ແລະສຳນັກງານ ກສທຊ.ຈື່ງຫາລືຮ່ວມກັນມາໂດຍຕະຫລອດ ເພື່ອກຽມຄວາມພ້ອມຂອງການອອກກົດເກນກຳກັບເບິ່ງແຍງຮ່ວມກັນຂອງທັງສອງຝ່າຍເພື່ອຄຸ້ມຄອງຜູ້ບໍລິໂພກ ຊື່ງຫນ້າຈະເກີດຂື້ນໃນໄວໆນີ້

“ໃນອານາຄົດກໍ່ມີຄວາມເປັນໄປໄດ້ທີ່ຈະເຫັນທະນາຄານພານິດແລະຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ແຂ່ງຂັນໃຫ້ບໍລິການ Mobile Paymentເພາະປະຈຸບັນຄົນບໍ່ໄດ້ເຕີມເງີນໃນໂທລະສັບມືຖືເພື່ອໃຊ້ໂທລະສັບຢ່າງດຽວອີກຕໍ່ໄປ ການເຕີມເງີນເພື່ອຊື້ສິນຄ້າແລະບໍລິການຈະເພີ່ມຫລາຍຂື້ນ ຊື່ງຈຳນວນແລະຄວາມຖີ່ໃນການເຕີມເງີນຈະມີໄນຍະສຳຄັນທີ່ຫນ່ວຍງານທີ່ກ່ຽວຂ້ອງຕ້ອງຮ່ວມມືກັນເຂົ້າມາເບິ່ງເພື່ອຄຸ້ມຄອງຜູ້ບໍລິໂພກ ນີ້ຄືຄວາມປອດໄພຂອງຜູ້ບໍລິໂພກທີ່ສຳນັກງານ ກສທຊ.ກຳລັງສ້າງຂື້ນ ໂດຍເປັນການຕໍ່ຍອດຈາກວຽກລົງທະບຽນຊິມຊື່ງປະຈຸບັນສາມາດລະບຸຕົວຕົນຂອງຜູ້ໃຊ້ໂທລະສັບເຄື່ອນທີ່ໄດ້ແລ້ວ ແລະສົ່ງຜົນໃຫ້ສຳນັກງານ ກສທຊ.ສາມາດຍົກລະດັບການດຳເນີນວຽກໃນເລື່ອງການຄຸ້ຄອງສິດທິຂອງຜູ້ບໍລິໂພກໃນເລື່ອງເງີນໃນຊິມແລະການເຮັດທຸລະກຳທາງການເງີນຕ່າງໆໄດ້ຢ່າງດີ ແລະຖືເປັນຮາກຖານໃນການພັດທະນາໄປສູ່ຍຸກ digital economyຢ່າງແທ້ຈິງ”ທ່ານກໍ່ກິດ ກ່າວ
 

ສ້າງຕັ້ງຂື້ນໂດຍ  -   (24/5/2017 23:24:38)

Download

Page views: 875