“ແຈສ-ທຣູ”ຊະນະການປະມູນໃບອານຸຍາດຄື່ນຄວາມຖີ່ຍ່ານ900 MHz ໃຊ້ເວລາ4 ຄືນ 5 ລາຄາລວມທະລຸ 151,952ລ້ານບາດ

ພລ.ອ.ອ.ທະເຣດ ປຸນນະສີ ປະທານກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ປະທານ ກສທຊ.)ກ່າວວ່າ ການປະມູນຄື່ນຄວາມຖີ່ຍ່ານ 900 MHzໄດ້ຈົບລົງ ໂດຍເຂົ້າສູ່ວັນທີ 5 ຂອງການປະມູນ(19ທັນວາ 2015)ໂດຍໃຊ້ໄລຍະເວລາທັງຫມົດ 65 ຊົ່ວໂມງ 55 ນາທີ(ບໍ່ລວມເວລາພັກການປະມູນ)ລວມ 198 ຮອບ ຕະຫລອດການປະມູນມີການແຂ່ງຂັນລາຄາກັນຢ່າງຕໍ່ເນື່ອງ ສະທ້ອນຄວາມຕ້ອງການໃນການໃຊ້ຄື່ນຄວາມຖີ່ຂອງຜູ້ປະກອບກິດຈະການໂທລະຄົມມະນາຄົມໃນປະເທດໄທ ຊື່ງນັບເປັນນິມິດຫມາຍທີ່ດີທີ່ປະເທດຈະກ້າວເຂົ້າສູ່ເທັກໂນໂລຊີ ໂທລະຄົມມະນາຄົມທີ່ທັນສະໄຫມປະຊາຊົນໄດ້ປະໂຫຍດຈາກການໃຊ້ບໍລິການທີ່ມີຄຸນນະພາບແລະລາຄາຍຸດຕິທຳ ສາມາດສ້າງໂຄງຂ່າຍການສື່ສານເພື່ອເປັນພື້ນຖານຂອງເສດຖະກິດດິຈິຕໍຕາມນະໂຍບາຍຂອງລັດຖະບານແລະຍັງສາມາດນຳລາຍໄດ້ຈາກການປະມູນສົ່ງເປັນລາຍໄດ້ແຜ່ນດິນຕໍ່ໄປ

ພ.ອ.ດຣ.ເສດຖະພົງ ມະລິສຸວັນ ຮອງປະທານກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ຮອງປະທານ ກສທຊ.)ໃນຖານະປະທານກຳມະການກິດຈະການໂທະຄົມມະນາຄົມ(ປະທານ ກທຄ.)ກ່າວວ່າ ຜົນການປະມູນຄື່ນຄວາມຖີ່ຍ່ານ900 MHz ຕາມປະກາດ ກສທຊ.ເລື່ອງຫລັກເກນແລະວິທີການອານຸຍາດໃຫ້ໃຊ້ຄື່ນຄວາມຖີ່ສຳຫລັບກິດຈະການໂທລະຄົມມະນາຄົມ 900 MHz ເລີ່ມຂື້ນໃນວັນທີ 15 ທັນວາ 2015 ແລະໄດ້ສິ້ນສຸດລົງ ເວລາ 00.15 ນ.ຂອງວັນທີ 19 ທັນວາ 2015 ລາຄາປະມູນລວມຂອງຄື່ນຄວາມຖີ່ 2 ຊຸດ ເທົ່າກັບ151,952ລ້ານບາດ ໂດຍມີຜູ້ຊະນະການປະມູນໃນແຕ່ລະຊຸດຄື່ນຄວາມຖີ່ດັ່ງນີ້

  1. ຊຸດທີຫນື່ງ ຄື່ນຄວາມຖີ່895-905 MHz ຄູ່ກັບ 940-950 MHz ຜູ້ຊະນະການປະມູນຄື ບໍລິສັດ ແຈສ ໂມບາຍ ບອດແບນ ຈຳກັດ 75,654 ລ້ານບາດ ແລະ
  2. ຊຸດທີສອງ ຄື່ນຄວາມຖີ່905-915 MHz ຄູ່ກັບ 950-960 MHz ຜູ້ຊະນະການປະມູນຄື ບໍລິສັດ ທຣູ ມູບ ເອັດຈ໌ ຍູນິເວີເຊວ ຄອມມິວນິເຄຊັ້ນ ຈຳກັດ 76,298 ລ້ານບາດ

ສຳຫລັບຜູ້ບໍ່ຊະນະການປະມູນປະກອບດ້ວຍ ບໍລິສັດ ແອດວານ ໄວເລດ ເນັດເວີກ ຈຳກັດ ຊຸດຄື່ນຄວາມຖີ່ສຸດທ້າຍທີ່ສະເຫນີຄືຊຸດທີ 2 ລາຄາສຸດທ້າຍທີ່ສະເຫນີ75,976ລ້ານບາດ ແລະບໍລິສັດ ດີແທັກ ໄຕເນັດ ຈຳກັດ ຊຸດຄື່ນຄວາມຖີ່ສຸດທ້າຍທີ່ສະເຫນີຄືຊຸດທີ່ 1 ລາຄາສຸດທ້າຍທີ່ສະເຫນີ70,180 ລ້ານບາດ

ຄະນະກຳມະການກິດຈະການໂທລະຄົມມະນາຄົມຂໍປະກາດຜົນການປະມູນຄື່ນຄວາມຖີ່ຍ່ານ900 MHzແລະໃຫ້ການປະມູນຄື່ນຄວາມຖີ່ຍ່ານ900 MHzໃນຄັ້ງນີ້ສິ້ນສຸດລົງ

ທ່ານ ຖາກອນ ຕັນທະສິດ ເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ເລຂາທິການ ກສທຊ.)ກ່າວວ່າ ສຳຫລັບໃບອານຸຍາດປະກອບກິດຈະການໂທລະຄົມມະນາຄົມບົນຄື່ນຄວາມຖີ່ຍ່ານ900 MHzທັງສອງໃບອານຸຍາດມີອາຍຸ 15 ປີ ໂດຍຂັ້ນຕອນຈາກນີ້ ກທຄ.ຈະມີການປະຊຸມເພື່ອຮັບຮອງຜົນການປະມູນຢ່າງເປັນທາງການແລະສຳນັກງານ ກສທຊ.ຈະປະກາດຜົນການປະມູນຢ່າງເປັນທາງການພາຍໃນ 7 ມື້ຈາກນັ້ນ ກສທຊ.ຈະອອກໃບອານຸຍາດໃຫ້ໃຊ້ຄື່ນຄວາມຖີ່ຍ່ານ900 MHzແລະໃບອານຸຍາດປະກອບກິດຈະການໂທລະຄົມມະນາຄົມແບບທີສາມໃຫ້ແກ່ຜູ້ເຂົ້າຮ່ວມການປະມູນພາຍຫລັງຈາກຜູ້ເຂົ້າຮ່ວມການປະມູນໄດ້ປະຕິບັດຕາມເງື່ອນໄຂການດຳເນີນການກ່ອນຮັບໃບອານຸຍາດຢ່າງຄົບຖ້ວນ ຖືກຕ້ອງພາຍໃນ 90 ມື້ນັບຈາກມື້ທີ່ໄດ້ຮັບຫນັງສືແຈ້ງຜົນການປະມູນ

ສຳຫລັບການປະມູນຄື່ນຄວາມຖີ່900 MHz ກສທຊ. ໄດ້ກຳຫນົດມາດຕະການເພື່ອຄຸ້ມຄອງຜູ້ບໍລິໂພກໄວ້ໃນເງື່ອນໄຂທ້າຍໃບອານຸຍາດ ໂດຍກຳຫນົດໃຫ້ຜູ້ໄດ້ຮັບໃບອານຸຍາດ ຕ້ອງຂະຫຍາຍໂຄງຂ່າຍໃຫ້ຄອບຄຸມປະຊາກອນ50%ພາຍໃນ 4 ປີ ແລະຕ້ອງຄອບຄຸມປະຊາກອນ 80%ພາຍໃນ 8 ປີ ໃນສ່ວນຂອງອັດຕາຄ່າບໍລິການ 4Gຈະຕ້ອງມີອັດຕາຄ່າບໍລິການຖືກວ່າອັດຕາຄ່າບໍລິການ4Gບົນຄື່ນຄວາມຖີ່2.1 GHzທີ່ໃຫ້ບໍລິການຢູ່ໃນປະຈຸບັນ

ນອກຈາກນັ້ນຜູ້ຮັບໃບອານຸຍາດຈະຕ້ອງຈັດໃຫ້ມີແພັກເກັດລາຄາປະຫຍັດສຳຫລັບຜູ້ພິການ ຜູ້ດ້ອຍໂອກາດແລະຜູ້ມີລາຍໄດ້ຫນ້ອຍຄືມີລາຍໄດ້ຕໍ່ເດືອນບໍ່ເກີນ 10,000 ບາດ ໂດຍຜູ້ຮັບໃບອານຸຍາດຈະຕ້ອງສົ່ງແຜນຕໍ່ ກທຄ.ກ່ອນເລີ່ມໃຫ້ບໍລິການແລະຕ້ອງດຳເນີນການຕາມແຜນພາຍໃນ 1 ປີນັບຈາກວັນທີ່ເລີ່ມໃຫ້ບໍລິການ

“ການປະມູນຄື່ນຄວາມຖີ່ຍ່ານ900 MHzໃນຄັ້ງນີ້ ດຳເນີນການດ້ວຍຄວາມບໍລິສຸດ ໂປ່ງໃສແລະຍຸຕິທຳ ໂດຍຍືດຜົນປະໂຫຍດຂອງປະຊາຊົົນແລະລັດເປັນທີ່ຕັ້ງ ລວມທັງສ້າງຄວາມສົມດຸນບົນການແຂ່ງຂັນເສລີຢ່າງເປັນທຳໃຫ້ເກີດໃນອຸດສາຫະກຳໂທລະຄົມມະນາຄົມ”ທ່ານ ຖາກອນ ຕັນທະສິດ ກ່າວ

ສ້າງຕັ້ງຂື້ນໂດຍ  -   (24/5/2017 22:07:07)

Download

Page views: 2276