ດິເດ 2 ທັນວາ ເບິ່ງທີວີດິຈິຕໍຮຽງຊ່ອງ 1-36 ຕາມການປະມູນທີວີດິຈິຕໍທຸກແພດຟອມ ເຄເບີ້ນທີວີແລະທີວີດາວທຽມມີຜັນບັງຄັບໃຊ້ເຫມືອນກັນທັງຫມົດ

ທ່ານຖາກອນ ຕັນສິດ ເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ເລຂາທິການ ກສທຊ.)ເປີດເຜີຍວ່າ ໃນວັນທີ 2 ທັນວາ 2015 ປະກາດ ກສທຊ.ເລື່ອງ ຫລັກເກນການຈັດລຳດັບບໍລິການໂທລະທັດຫລືຫລັກເກນການຮຽງຊ່ອງ ທີ່ໄດ້ປະກາດໃນຣາດຊະກິດຈານຸເບກສາຕັ້ງແຕ່ວັນທີ 2 ຕຸລາ 2015 ຈະມີຜົນບັງຄັບໃຊ້ຕາມກົດຫມາຍຊື່ງຈະເຮັດໃຫ້ຜູ້ຮັບໃບອານຸຍາດໃຫ້ບໍລິການໂທລະສັບທີ່ບໍ່ແມ່ນຄື່ນຄາມຖີ່ ເຊັ່ນ:ຊ່ອງດາວທຽມ ເຄເບີ້ນທີວີ ຕ້ອງຈັດໃຫ້ມີລາຍການໂທລະທັດທີ່ໃຫ້ບໍລິການເປັນການທົ່ວໄປ(ຊ່ອງທີວີດິຈິຕໍ)ໄວ້ທີ່ຊອ່ງລາຍການ1-36 ສ່ວນຊ່ອງລາຍການທີ 37-60 ເປັນຊ່ອງທີ່ຜູ້ປະກອບການເລືອກນຳລາຍການໃດມານຳສະເຫນີກໍ່ໄດ້

ທ່ານ ຖາກອນ ຕັນທະສິດ ກ່າວວ່າ ເມື່ອປະກາດສະບັບນີ້ມີຜົນບັງຄັບໃຊ້ປະຊາຊົນຈະໄດ້ຮັບຜົນປະໂຫຍດ ບໍ່ຕ້ອງສັບສົນຈື່ເລກຊ່ອງທີ່ແຕກຕ່າງກັນເມື່ອເບິ່ງຊ່ອງລາຍການທີວີດິຈິຕໍຈາກແພດຟອມທີ່ຕ່າງກັນຕໍ່ໄປ ບໍ່ວ່າຈະເບິ່ງທີວີດິຈິຕໍຈາກຈານດາວທຽມ ຫລືເຄເບິ້ນທີວີຫລືດິຈິຕໍທີວີ ກົດຊ່ອງ 1 ກໍ່ຈະໄດ້ເບິ່ງລາຍການດຽວກັນ

ສຳຫລັບຊ່ອງລາຍການທີວີດິຈິຕໍໃນປະຈຸບັນ ໄດ້ແກ່ຊ່ອງ 1 ຄື ສະຖານນີ້ໂທລະທັດກອງທັບບົກຊ່ອງ 55 HD1, ຊ່ອງ 2ຄື ສະຖານນີວິທະຍຸໂທລະທັດແຫ່ງປະເທດໄທ ຊ່ອງ3 ຄື ໄທພີບີເອັດສ໌ HD, ຊ່ອງ10 ຄືຊ່ອງລັດຖະສະພາ

ຊ່ອງເດັກນ້ອຍ ເຍົາວະຊົນແລະຄອບຄົວເລີ່ມຕັ້ງແຕ່ຊ່ອງ 13 ຄື ຊ່ອງ 3 ແຟມມິລີ່ ຊ່ອງ 14 ຄືຊ່ອງ MCOT Family, ຊ່ອງ15 ຄືຊ່ອງ LOCA  

ຊ່ອງຂ່າວສານແລະສາລະເລີ່ມຕັ້ງແຕ່ຊ່ອງ16 ຄືຊ່ອງ TNN 24, ຊ່ອງ 17 ຄືຊ່ອງ  ໄທທີວີ ຊ່ອງ18 ຄືຊ່ອງ NEW tv, ຊ່ອງ19 ຄືຊ່ອງ SPRING NEWS, ຊ່ອງ 20 ຄືຊ່ອງ BRIGHT TV,ຊ່ອງ21 ຄືຊ່ອງ VOICE TV, ຊ່ອງ 22 ຄືຊ່ອງ NATION TV

ຊ່ອງລາຍການທົ່ວໄປ(SD) ເລີ່ມຕັ້ງແຕ່ຊ່ອງ 23 ຄືຊ່ອງ WORKPOINT TV, ຊ່ອງ 24 ຄືຊ່ອງ true 4U, ຊ່ອງ 25 ຄືຊ່ອງ GMM, ຊ່ອງ26 ຄືຊ່ອງ NOW, ຊ່ອງ 27 ຄືຊ່ອງ 8, ຊ່ອງ 28 ຄືຊ່ອງ 3SD, ຊ່ອງ 29 ຄືຊ່ອງ MONO 29

ແລະຊ່ອງລາຍການທົ່ວໄປທີ່ມີຄວາມຄົມຊັດສູງ(HD)ເລີ່ມຕັ້ງແຕ່ຊ່ອງ 30 ຄືຊ່ອງ MCOT HD, ຊ່ອງ 31 ຄືຊ່ອງ ONE HD, ຊ່ອງ 32 ຄືຊ່ອງໄທຣັດ TV, ຊ່ອງ 33 ຄືຊ່ອງ 3 HD, ຊ່ອງ 34 ຄືຊ່ອງ AMARIN TV HD, ຊ່ອງ 35 ຄືຊ່ອງ 7 HD, ช่อง 36 ຄືຊ່ອງ PPTV HD

“ຕັ້ງແຕ່ວັນທີ 2 ທັນວາ ນີ້ ປະຊາຊົນທີ່ເບິ່ງທີວິຈະຮັບຊົມທຸກຊ່ອງເຫມືອນກັນຫມົດ ບໍ່ວ່າຈະເບິ່ງຜ່ານເຄເບີ້ນທີວີ ຫລືທີວີດາວທຽມຈະເປັນເລກຊ່ອງດຽວກັບທີ່ຜູ້ປະກອບການຊ່ອງທຸກຊ່ອງໄດ້ເລືອກຫມາຍເລກທີວີດິຈິຕໍຕັ້ງແຕ່ການປະມູນ ຊື່ງເປັນສິ່ງທີ່ສຳນັກງານ ກສທຊ.ໄດ້ຜັກດັນໃຫ້ການຮຽງເລກຊ່ອງເກີດຂື້ນແລະມີຜົນບັງຄັບໃຊ້ໄດ້ຈິງ”ທ່ານ ຖາກອນ ຕັນທະສິດ ກ່າວ

 

ສ້າງຕັ້ງຂື້ນໂດຍ  -   (24/5/2017 21:43:41)

Download

Page views: 2378