ກົມການຈັດຫາງານ ເປີດໃຫ້ບໍລິການຊ່ອງທາງພິເສດ ASEN LANE ສຳລັບແຮງງານຝີມືຈາກປະເທດສະມາຊິກອາຊ້ຽນ ເລີ່ມເດືອນມັງກອນນີ້


     ກົມການຈັດຫາງານກຽມໃຫ້ບໍລິການຊ່ອງທາງພິເສດ ASEN LANE ເພື່ອຮອງຮັບການຍື່ນຂໍໃບອານຸຍາດເຮັດວຽກ ສຳລັບຜູ້ປະກອບວິຊາຊີບແລະຮງງານຝີມືອາຊ້ຽນ 7 ສາຂາວິຊາຊີບ ແລະ 32 ຕຳແຫນ່ງງານດ້ານການໂຮງແຮມແລະການທ່ອງທ່ຽວ ພ້ອມໃຫ້ບໍລິການເດືອນມັງກອນ ປີ 2015

     ທ່ານ ອາຣັກ ພົມມະນີ ອະທິບໍດີກົມການຈັດຫາງານ ກ່າວວ່າ ຈາກການທີ່ປະເທດໄທ ກຳລັງຈະເຂົ້າສູ່ປະຊາຄົມອາຊ້ຽນ(ASEAN Community : AC)ໂດຍຕົກລົງທີ່ຈະເປີດເສລີດ້ານການຄ້າສິນຄ້າແລະບໍລິການແລະເຮັດໃຫ້ຜູ້ລົງທືນຕ່າງຊາດໂດຍສະເພາະຈາກປະເທດ ສະມາຊິກອາຊ້ຽນເຂົ້າມາແຂ່ງຂັນແລະເພີ່ມສັດສ່ວນການລົງທືນໃນປະເທດໄທຫລາຍຂື້ນ ຊື່ງສົ່ງຜົນໃຫ້ເກີດການເຄື່ອນຍ້າຍແຮງງານເຂົ້າ-ອອກລະຫວ່າງປະເທດສະມາຊິກຫລາຍຂື້ນ ດັ່ງນັ້ນ ເພື່ອກຽມ ຄວາມພ້ອມໃນການເຄື່ອນຍ້າຍແຮງງານເຂົ້າ-ອອກລະຫວ່າງປະເທດະສະມາຊິກ ກົມການຈັດຫາງານຊື່ງເປັນຫນ່ວຍງານທີ່ມີພາລະກິດກ່ຽວຂ້ອງກັບການອຳນວຍຄວາມສະດວກໃນການອອກໃບອານຸຍາດເຮັດວຽກຈື່ງໄດ້ຈັດໃຫ້ມີຊ່ອງທາງພິເສດ ຫລື ASEAN LANE ເພື່ອໃຫ້ບໍລິການສະເພາະແຮງງາຍຝີມືຈາກປະເທດສະມາຊິກອາຊ້ຽນຕາມຂໍ້ຕົກລົງຍອມຮັບຮ່ວມຄຸນສົມບັດຜູ້ປະກອບອາຊີບ (Mutual Recognition Agreement : MRA) 7 ສາຂາວິຊາຊີບ (ວິສະວະກຳ ການສຳຫລວດ ສະຖາປັດຕະຍະກຳ ແພດ ທັນຕະແພດ ພະຍາບານ ບັນຊີ)ແລະ 32 ຕຳແຫນ່ງງານດ້ານການໂຮງແຮມ ການທ່ອງທ່ຽວ ພ້ອມໃຫ້ບໍລິການພາຍໃນເດືອນມັງກອນ ປີ 2015 ທີ່ ສຳນັກບໍລິຫານງານຕ່າງດ້າວ ກຸ່ມງານຈັດລະບົບ ການເຮັດວຽກຄົນຕ່າງດ້າວ ລະດັບຝີມືຊຳນານການ ກົມການຈັດຫາງານ ກະຊວງແຮງງານ ຖະຫນົນມິດໄມຕີ ດິນແດງ ກຸງເທບ

     ທ່ານ ອາຣັກ ກ່າວຕໍ່ວ່າ ການໃຫ້ບໍລິການຊ່ອງທາງພິເສດ ASEAN LANEໃນຄັ້ງນີ້ຈະຊ່ວຍໃຫ້ຜູ້ມາຕິດຕໍ່ໄດ້ຮັບຄວາມສະດວກວ່ອງໄວ ໂດຍເປີດໃຫ້ບໍລິການທຸກວັນຈັນ-ສຸກ ເວລາ 08.30 – 16.30 ນ.ປິດຮັບໃບອານຸຍາດເຮັດວຽກເວລາ 15.30 ນ.ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ ສຳນັກບໍລິຫານແຮງງານຕ່າງດ້າວ ກົມການຈັດຫາງານ ກະຊວງແຮງງານ ຖະຫນົນມິດໄມຕີ ດິນແດງ ກຸງເທບ ໂທ 02 245 2745, 02 248 7202 ຫລືສາຍດ່ວນກົມການຈັດຫາງານ ໂທ.1694 ຫລື ເວັບໄຊຕ໌ www.doe.go.th
 

ສ້າງຕັ້ງຂື້ນໂດຍ  - Supawan  Sittipanya (1/7/2019 14:47:41)

Download

Page views: 508